ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຕິດ​ຕາມ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ເຂດ Gaza

(VOVWORLD) - ທ່ານ Antonio Guterres ຮຽກຮ້ອງໃຫ້ບັນດານັກເຄື່ອນໄຫວມະນຸດສະທຳຕ້ອງຮັບເຄື່ອງຊ່ວຍເຫຼືອ ແລະ ສາມາດແຈກຢາຍໃຫ້ປະຊາຊົນຢ່າງປອດໄພ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຕິດ​ຕາມ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ເຂດ Gaza - ảnh 1ຂະບວນລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ ຈາກ ອີຢິບ ໄປຍັງ ເຂດ Gaza (ພາບ: AFP/TTXVN)

ວັນທີ 20 ຕຸລາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ໄປຮອດດ່ານຊາຍແດນ Rafah ລະຫວ່າງ ອີຢິບ ກັບ ເຂດ Gaza, ຢູ່ທາງທິດເໜືອແຫຼມ Sinai, ເພື່ອຕິດຕາມກວດກາບັນດາຄວາມມານະພະຍາຍາມແນໃສ່ຊຸກຍູ້ການສະໜອງການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນເຂດ Gaza.

        ກ່າວຄຳເຫັນໃນສື່ສັງຄົມອອນໄລ X, ທ່ານ Antonio Guterres ຮຽກຮ້ອງໃຫ້ບັນດານັກເຄື່ອນໄຫວມະນຸດສະທຳຕ້ອງຮັບເຄື່ອງຊ່ວຍເຫຼືອ ແລະ ສາມາດແຈກຢາຍໃຫ້ປະຊາຊົນຢ່າງປອດໄພ. ຕາມທ່ານແລ້ວ, ສປຊ ຕ້ອງຊ່ວຍເຫຼືອທັນຍາຫານ, ນ້ຳດື່ມ, ຢຸກຢາ ແລະ ເຊື້ອເພີງ ດ້ວຍຈຳນວນຫຼາຍໃນທັນທີ ແລະ ຕ້ອງຮັກສາການເຄື່ອນໄຫວນີ້ໃນໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ