ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ສັນ​ຕິ​ພາບ​ໃນ​ສານ​ປີ​ໃໝ່ 2023

(VOVWORLD) -ວັນທີ 28 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນໂລກ ຖືສັນຕິພາບເປັນໃຈກາງຂອງທຸກຄຳເວົ້າ ແລະ ການກະທຳ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ສັນ​ຕິ​ພາບ​ໃນ​ສານ​ປີ​ໃໝ່ 2023 - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ໃນຄຼິບວີດີໂອ ສານປີໃໝ່, ທ່ານ Antonio Guterres ໄດ້ເນັ້ນໜັກວ່າ ປີ 2023, ໂລກ ຕ້ອງຖືສັນຕິພາບເປັນໃຈກາງ ໃນທຸກຄຳເວົ້າ ແລະ ການກະທຳຂອງຕົ. ໂດຍມີສັນຕິພາບເຊິ່ງກັນແລະກັນ, ຜ່ານການເຈລະຈາເພື່ອຢຸດຕິການປະທະກັນ. ສັນຕິພາບກັບທຳມະຊາດ ແລະ ດິນຟ້າອາກາດ, ເພື່ອສ້າງໂລກຍືນຍົງກ່ວາ. ທ່ານເລຂາທິການໃຫຍ່ ສປຊ ໄດ້ຊີ້ແຈ້ງວ່າ ສັນຕິພາບແມ່ນມີຄວາມຈຳເປັນໃນທຸກຄອບຄົວແລະ ໃນເຄືອຂ່າຍອິນເຕີແນັດ. ປັດຈຸບັນ, ຍັງມີສະພາບການປະຊາຊົນຢູ່ບັນດາປະເທດຄື ຢູແກຼນ, ອາບການິດສະຖານ, ສ.ກົງໂກ… ຕ້ອງປະລະເຮືອນຊານເພື່ອຊອກຫາຊີວິດທີ່ດີງາມກ່ວາ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ທຸກປະເທດພ້ອມກັນມານະພະຍາຍາມເພື່ອ ປີ 2023 ກາຍເປັນປີ ຟື້ນຟູສັນຕິພາບໃຫ້ທຸກຄົນ, ທຸກຄອບຄົວ ແລະ ທົ່ວໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ