ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ແລະ ການນຳບັນດາປະເທດ ກ່າວປະນາມເຫດຍິງປືນໃສ່ທ່ານ Donald Trump

(VOVWORLD) - ທ່ານປະທານາທິບໍດີ ບຣາຊີນ ແລະ ການນຳບັນດາປະເທດ ອັກຊັງຕີນ, ຈີເລ, ໂບລີເວຍ, ອິນເດຍ ກໍ່ໄດ້ຄັດຄ້ານ ແລະ ກ່າວປະນາມຢ່າງແຮງຕໍ່ເຫດຍິງປືນໃສ່ ທ່ານ Donald Trump 
ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ແລະ ການນຳບັນດາປະເທດ ກ່າວປະນາມເຫດຍິງປືນໃສ່ທ່ານ Donald Trump - ảnh 1ພາລະກອນປ້ອງກັນຄວາມສະຫງົບຊ່ວຍ ທ່ານ  Donald Trump ພາຍຫລັງຖືກຍິງປືນໃສ່. ພາບ: CNN

ວັນທີ 13 ກໍລະກົດ,  ໂຄສົກຂອງທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ກ່າວປະນາມເຫດຍິງປືນໃສ່ອະດິດປະທານາທິບໍດີ ອາເມລິກາ Donald Trump ໃນເຫດການຫາສຽງເລືອກຕັ້ງຂອງພັກສາທາລະນະລັດ ຢູ່ ນະຄອນ Butler  ລັດ Pennsylvania. ທ່ານໂຄສົກ ໄດ້ຊີ້ແຈ້ງວ່າ ທ່ານເລຂາທິການໃຫຍ່ ສປຊ ກ່າວປະນາມຢ່າງແຮງຕໍ່ການກະທຳໃຊ້ຄວາມຮຸນແຮງນີ້ ແລະ ຂໍໃຫ້ທ່ານ Donald Trump ຫາຍດີໂດຍໄວ.

ໃນສື່ສັງຄົມ X, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ສະແດງຄວາມແບ່ງປັນຕໍ່ກັບທ່ານ Donald Trump ພ້ອມທັງຢັ້ງຢືນວ່າ ການໃຊ້ຄວາມຮຸນແຮງດ້ານການເມືອງແມ່ນການກະທຳບໍ່ຮັບຮູ້ໄດ້ຢ່າງເດັດຂາດ. ຜູ້ຕາງຫນ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ສະຫະພາບເອີລົບ (ອີຢູ) ທ່ານ Josep Borrell ໄດ້ກ່າວປະນາມການບຸກໂຈມຕີ. ທ່ານປະທານາທິບໍດີ ບຣາຊີນ ແລະ ການນຳບັນດາປະເທດ ອັກຊັງຕີນ, ຈີເລ, ໂບລີເວຍ, ອິນເດຍ ກໍ່ໄດ້ຄັດຄ້ານ ແລະ ກ່າວປະນາມຢ່າງແຮງຕໍ່ເຫດຍິງປືນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ