ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

(VOVWORLD) - ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.
ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ Khuon Sudary)

        ຕອນເຊົ້າວັນທີ 01 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ Khuon Sudary.

  ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

        ທ່ານເລຂາທິການໃຫຍ່ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍເນື້ອໃນການພົບປະລະຫວ່າງການນຳຂັ້ນສູງ 2 ປະເທດໃຫ້ບັນລຸປະສິດທິຜົນ, ກໍຄືການພົບປະລະຫວ່າງການນຳ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວ ໃນທຸກຂົງເຂດ, ໃນນັ້ນທ່ານໄດ້ເນັ້ນໜັກເຖິງເລື່ອງ ສະພາແຫ່ງຊາດ 2 ປະເທດເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນ, ບົດຮຽນກ່ຽວກັບການສ້າງກົດໝາຍ, ສົມທົບກັນຕິດຕາມການຜັນຂະຫຍາຍບັນດາສົນທິສັນຍາ, ສັນຍາ, ຂໍ້ຕົກລົງເຊິ່ງ 2 ປະເທດໄດ້ລົງນາມ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ລະຫວ່າງລັດຖະສະພາສາກົນ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ Khuon Sudary ໄດ້ຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນຍິ່ງໃຫຍ່, ລ້ຳຄ່າເຊິ່ງ ຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ ກຳປູເຈຍ ນັບແຕ່ກ່ອນມາຮອດປະຈຸບັນ, ທ່ານນາງຢືນຢັນວ່າ ກຳປູເຈຍ ຈະພ້ອມກັບ ຫວຽດນາມ ປົກປັກຮັກສາ, ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່ ແລະ ສືບທອດໃຫ້ລຸ້ນຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ