ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະ ກັບຜູ້ມີສິດເລືອກຕັ້ງ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະ ກັບຜູ້ມີສິດເລືອກຕັ້ງ ຮ່າໂນ້ຍ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນຮ່າ​ໂນ້ຍ)


(vovworld) - ວັນ​ທີ 28 ກັນຍາ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຮ່າ​ໂນ້ຍ ສືບ​ຕໍ່​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່ 2 ​ເມືອງ ຮ່ວານ​ກ໋ຽມ ​ແລະ ​ໄຕ​ໂຮ່ ​ເພື່ອ​ກະ​ກຽ​ມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13.

        ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໃຫ້​ຮູ້​ວ່າ ບັນດ​າ​ເນື້ອ​ໃນ​ທີ່​ໜ້າ​ສົນ​ໃຈ​ທີ່​ກອງ​ປະຊຸມ​​ເທື່ອ​ທີ 6 ​ຈະ​ມາ​ເຖິງ ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ແລະ ຮ່າ​ໂນ້ຍ ​​ເອົາໃຈ​ໃສ່​ແມ່ນ ການຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ. ນີ້​ແມ່ນ​ວຽກ​ງານ​ທີ່​ສຳຄັນ. ທ່ານ​ເລຂາທິການ​ໃຫຍ່ ຢືນຢັນ​ວ່າ: ການ​ສ້າງ​ລັດຖະທຳ​ມະນູນ​ແຕ່ລະ​ເທື່ອ ​ ອີກ​ເທື່ອ​ໜຶ່ງໄດ້​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຈອງ​ປະຊາຊົນ, ​ເສີມ​ຂະຫຍາຍ​ບົດບາດ, ໜ້າ​ທີ່​ຂອງ​ທັງ​ລະບົບ​ການ​ເມືອງ​ເພື່ອ​ມີ​ລັດຖະທຳ​ມະນູນ​ທີ່ສົມ​ກັບ​ລະດັບ​ຂອງ​ມັນ.

        ​​ເມື່ອແລ​ກປ່ຽນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ການ​ຮັບ​ເອົາ​ບັດ​ໄວ້​ວາງ​ໃຈ​ທີ່​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຕີ​ລາຄາ​ວ່າ ນີ້​ແມ່ນ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ເຄື່ອ​ນ​ໄຫວ​ຂອງ​ອົງການ​ໂດ​ຍປະຊາຊົນ​ເລືອກ​ຕັ້ງ ​ແລະ ກໍ່​ແມ່ນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງພັກ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ. ສະພາ​ແຫ່ງ​ຊາດ​ຈະສືບ​ຕໍ່​ຮັບ​ຟັງ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ປະຕິບັດ​ວຽກ​ງານ​ນີດີກ​ວ່າ​ອີກ. ສຳລັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ, ທ່ານ​ເລຂາທິການ​ໃຫຍ່​ໃຫ້​ຮູ້​ວ່າ: ລັດຖະບານ​ພວມ​ກະກຽມ​ບົດ​ລາຍ​ງານ​ສູນ​ກາງ ​ແລະ ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ສະພາບ​ເສດຖະກິດ, ສັງຄົ​ມປີ 2013, ​ແຜນຄາດຄະ​ເນ​ປີ 2014 ​ແລະ ພ້ອມ​ທັງ​ສະຫຼຸບ​ຄືນ​ໄລຍະ​ເກືອບ 3 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ກ່ຽວ​ກັບ​ເສດຖະກິດ, ສັງຄົມ.

        ​ເມື່ອ​ແບ່ງປັນ​ກ່ຽວ​ກັບ​ບັນດາ​ຄວາມ​ສົນ​​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮ່າ​ໂນ້ຍ ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ການ​ເຊື່ອມ​ໂຍງ​ຢ່າງຮອບ​ດ້ານ ​ແລະ ​ເລີກ​ເຊິ່ງກວ້າງຂວາງ​ກັບ​ສາກົນ, ທ່ານ​ເລຂາທິການ​ໃຫຍ່ ​ໃຫ້​ຮູ້​ວ່າ; ການ​ພົວພັນ​ທາງ​ການ​ທູດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ແມ່ນ​ວິວັ​ດການ​ທັງ​ຮ່ວມ​ມື, ທັງ​ຕໍ່ສູ້. ຍາມ​ໃດພັກ ​ແລະ ລັດ​ກໍ່​​ຖືຜົນ​ປະ​ໂຫຍ​ດຂອງ​ຊາດ ​ແລະ ​ປະຊາຊົນ​ຢູ່​ໃນ​ລະດັບ​ສູງ​ສຸດ.

ຂ່າວ/ບົດ​ອື່ນ