ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​​
ຢູ່​ສະໜາມ​ບິນ ດອນ​ເມືອງ, ນະຄອນຫຼວງ​ບາງ​ກອກ
(ພາບ: nguyentandung.org)


(vovworld) - ດັ່ງ​ທີ່​ພວກ​ເຮົາ​ໃຫ້​ຂ່າວ​ໄປ​ແລ້ວ, ຕອນ​ເຊົ້າ​ວັນ​ທີ 25/06, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​​ໄດ້​ໄປ​ຮອດ​ສະໜາມ​ບິນ ດອນ​ເມືອງ, ນະຄອນຫຼວງ​ບາງ​ກອກ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ໄທ ແຕ່​ວັນ​ທີ 25 – 27/06 ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງນາຍົກຖະມົນ​ຕີ​ໄທ ຍິງຣັກ ສິນ​ນະ​ວັດ. ຕ້ອນຮັບ​ຄະນະ​ຢູ່​ສະໜາມ​ບິນ ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄທ ຢຸຄົນ ລິ​ມ​ແລງ​ທອງ; ທ່ານ​ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ ຈາຣຸພົງ ​ເຮືອງ​ສຸວັນ, ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ​ໄທ. ​ເປັນ​ຄັ້ງ​ທຳ​ອີດ​ພາຍຫຼັງ 20 ທີ່ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຢ້ຽມຢາມ​ລາຊະ​ອານາຈັກ​ໄທ ນັບ​ແຕ່ການ​ຢ້ຽມຢາມ​ຂອງ​ທ່ານ​ອະດີດເລຂາທິການ​ໃຫຍ່ ​ໂດ້​ເມື່ອຍ ​ໃນ​ປີ 1993. ການ​ຢ້ຽມຢາມ​ເປັນການຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພັດທະນາ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ໄທ ​ເປັນ​ສຳຄັນ, ຖື​ນັ້ນ​ແມ່ນ​​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ,​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ໃນ​ພາກ​ພື້ນ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສຳ​ນັກ​ງານ​ນາຍົກລັດຖະມົນຕີ, ທ່ານ​ນາງນາຍົກລັດຖະມົນ​ຕີ​ໄທ ຍິງຣັກ ສິນ​ນະ​ວັດ ​ໄດ້​ເປັນ​ປະທານ​ພິທີ​ຕ້ອນຮັບທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ມາ​ຢ້ຽມຢາມໄທ ຕາມພິທີການ​ລະດັບ​ລັດ. ຫຼັງ​ຈາກ​ນັ້ນ, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ແລະ ທ່ານນາງນາຍົກລັດຖະມົນ​ຕີ​ໄທ ຍິງຣັກ ສິນ​ນະ​ວັດ ໄດ້ດຳ​ເນີນ​ການ​ເຈລະຈາ ​ແລະ ຕົກລົງສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ​ໄທ​.

ຂ່າວ/ບົດ​ອື່ນ