ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງອວຍພອນບຸນເຕັດ ທະຫານປ້ອງກັນຊາຍແດນ
ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັງການ, ນັກຮົບທະຫານປ້ອງກັນຊາຍແດນ |
(vovworld)- ຕອນເຊົ້າວັນທີ 20/1, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມ ມູນິດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ຫງວຽນຟູ້ຈ້ອງ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັງການ, ນັກຮົບທະຫານປ້ອງກັນຊາຍແດນ. ນະທີ່ນີ້, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມຫງວຽນຟູ້ຈ້ອງ ໄດ້ຊົມເຊີຍບັນດາຜົນງານຊຶ່ງ ທະຫານປ້ອງກັນຊາຍແດນຍາດມາໄດ້ໃນໄລຍະທີ່ຜ່ານມາ, ທ່ານເລຂາທິການໃຫຍ່ພັກກອມ ມູນິດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ຫງວຽນຟູ້ຈ້ອງ ຫວັງວ່າ ກຳລັງທະຫານປ້ອງກັນຊາຍແດນສືບຕໍ່ຮັກສາບົດບາດເປັນແກ່ນສານຮັບໃຊ້ພາລະກິດປົກປັກຮັກສາອະທິປະໄຕ, ຄວາມສະຫງົບຊາຍແດນ, ເຂດທະເລໝູ່ເກາະ, ເສີມຂະຫຍາຍກຳລັງແຮງສັງລວມ, ຕໍ່ສູ້ຕ້ານອາດສະຍາກຳ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ.