ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກຢູ່ແຂວງ ຟູທໍ້

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກຢູ່ແຂວງ ຟູທໍ້ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກຢູ່ແຂວງ ຟູທໍ້
(ພາບ: nguyenphutrong.net)
(vovworld)-  ຕອນ​ເຊົ້າ​ວັນ​ທີ 25/2 ຢູ່ ນະຄອນ ຫວຽດຈີ່​, ທ່າ​ນ​ເລຂາທິການ​ໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳພັກ​ແຂວງ ​ແລະ ການ​ນຳ​ຫລັກ​ແຫ​ລ່ງຂອງ​ແຂວງ ຟູ​ທໍ້ ກ່ຽວ​ກັບ​ໝາກຜົນ​ເບື້ອງ​ຕົ້ນ​ຈຳນວນ​ຫນຶ່ງ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກ​ຄັ້ງ​ທີ 11 ​ແລະ ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ບັນດາ​ໝາກຜົນ​ເບື້ອງ​ຕົ້ນ​ຂອງ​ຄະນະ​ພັກ​ແຂວງ ຟູ​ທໍ້ ທີ່​ບັນລຸ​ໄດ້​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ​ຂອງ​ພັກ​ ​ແລະ ບັນດາ​ຫນ້າ​ທີ່​ການ​ເມືອງ​ຢູ່​ທ້ອງ​ຖິ່ນ ​ແມ່ນຍ້ອນ​ມີ​ຄວາມ​​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ​ເປັນ​ຢ່າງ​ດີ, ຜ່ານ​ນັ້ນ ສະ​ແດງ​ໃຫ້​ເຫັນ ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ສະມາຊິກ​ພັກ ກ່ຽວກັບ​​ຄວາມ​ສຳຄັນ​ຂອງວຽກ​ງານ​ກໍ່ສ້າງ​ພັກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ກ່າວ​ວ່າ:

        “ຜ່ານ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ, ສິ່ງ​ສຳຄັນ ແມ່ນພວກ​ເຮົາ​ເຫັນ​ໄດ້​ຈຸດ​ດີ, ຈຸດ​ອ່ອນ ຢ່າງ​ເລິກ​ເຊິ່ງ, ພິ​ເສດ ​ແມ່ນ​ຂໍ້​ຈຳກັດ. ຈາກ​ນັ້ນ ​ໄຈ້​ແຍກ​ເພື່ອ​​ເຫັນ​ໄດ້​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເພື່ອ​ປັບປຸງ ​ແລະ ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ດີກວ່າ​ເກົ່າ, ວາງ​ອອກ​ບັນດາ​ມາດ​ຕະການ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ.”

 

 

ຂ່າວ/ບົດ​ອື່ນ