ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ ຫາປ໋າວຫລ໋ອງ ,
ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ເຈື້ອຈຽງ
(vovworld) – ຕອນບ່າຍວັນທີ 14/1, ຢູ່ນະຄອນ ຄ່າງເຈົາ, ແຂວງ ເຈື້ອຈຽງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ຫາປ໋າວຫລ໋ອງ , ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ເຈື້ອຈຽງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີການນຳແຂວງ ເຈື້ອຈຽງ ເອົາໃຈໃສ່ຊຸກຍູ້, ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືກັບບັນດາທ້ອງຖີ່ນຂອງ ຫວຽດນາມ, ປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ - ຈີນ, ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ.
ສ່ວນທ່ານເລຂາຄະນະພັກແຂວງ ເຈື້ອຈຽງ ໄດ້ເນັ້ນໜັກວ່າ, ການນຳແຂວງພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ເພື່ອຊຸກຍູ້ການພົວພັນຮ່ວມມື, ການພົບປະແລກປ່ຽນລະຫວ່າງແຂວງ ເຈື້ອຈຽງ ແລະບັນດາທ້ອງຖີ່ນຂອງ ຫວຽດນາມກວ່າອີກ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.