ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງຢ້ຽມຢາມ ຕາແສງວຸບານ, ເມືອງບິ່ງລຸກ, ແຂວງຮ່ານາມ
ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງຢ້ຽມຢາມຮູບແບບລ້ຽງໝູ
(ພາບ: http://citinews.net )
(vovworld) – ກ່າວຄຳເຫັນທີ່ການເຮັດວຽກກັບພະນັກງານ, ປຊຊ ຕາແສງວຸບານເມື່ອຕອນເຊົ້າວັນທີ 2/8, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໃສ່ໃຈວ່າ, ການຜະລິດກະສິກຳໄດ້ມີການປ່ຽນແປງຫຼາຍຢ່າງ, ນຳໃຊ້ວິທະຍາສາດເຄື່ອງຈັກເຂົ້າໃນການຜະລິດພາໄປເຖິງຄົນງານເຫຼືອ, ສະນັ້ນ, ອຳນາດການປົກຄອງທ້ອງຖິ່ນຕ້ອງມີນະໂຍບາຍແກ້ໄຂວຽກເຮັດງານທຳຢູ່ກັບທີ່, ເອົາໃຈໃສ່ຕໍ່ການບຳລຸງສ້າງວິຊາຊີບ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ຄຽງຄູ່ກັນນັ້ນສືບຕໍ່ສ້າງອົງການຈັດຕັ້ງພັກປອດໃສຂາວສະອາດ, ໝັ້ນຄົງເຂັ້ມແຂງ; ກະກຽມຈັດກອງປະຊຸມໃຫ່ຍອົງຄະນະພັກຕາແສງເປັນຢ່າງດີ.
ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ກໍ່ໄປຢ້ຽມຢາມຮູບແບບລ້ຽງສັດດີເດັ່ນຈຳນວນ 1 ຂອງທ້ອງຖິ່ນ./.