(ພາບ:VOV)
(vovworld) - ວັນທີ 26/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ໄດ້ເລີ່ມຕົ້ນການຢ້ຽມຢາມສາທາລະນະລັດເບລາຣຸດ ຢ່າງເປັນທາງການ ໃນລະຫວ່າງ 2 ວັນຕາມຄຳເຊີນຂອງທ່ານປະທານາທິບໍດີ Alexander Lukashenko. ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບເບລາຣຸດ, ເຊິ່ງແມ່ນໜຶ່ງໃນບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຂອງຫວຽດນາມ. ພາຍຫຼັງພາກຂ່າວ, ເຊີນທ່ານຕິດຕາມຮັບຟັງບົດຂຽນທີ່ພາດຫົວເລື່ອງວ່າ: ປັບປຸງການພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ເບລາຣຸດ.
ພິທີຕ້ອນຮັບ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຖືກຈັດຂຶ້ນຢ່າງສົມກຽດທີ່ສະໜາມບິນສາກົນ Minsk. ທີ່ທຳນຽບປະທານາທິບໍດີ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເລີ່ມຕົ້ນການເຈລະຈາກັບທ່ານປະທານາທິບໍດີ Alexander Lukashenko ເພື່ອແນໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນວອງຝ່າຍຕາມທິດນັບມື້ນັບຮອບດ້ານກ່ວາອີກ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ.
ໃນຕອນທ່ຽງວັນທີ 26/11, ເມື່ອເດີນທາງອອກຈາກນະຄອນ Sochi ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ ຢ່າງຈົບງາມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ໄດ້ຝາກໂທລະເລກຂອບອົກຂອບໃຈເຖິງທ່ານປະທານາທິບໍດີລັດເຊຍ V. Putin, ບັນດາການນຳ ແລະ ປະຊາຊົນລັດເຊຍ ກ່ຽວກັບການຕ້ອນຮັບທ່ານເລຂາທິການໃຫຍ່ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງສະໜິດສະໜົມອົກສຸດໃຈ. ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ: ໝາກຜົນທີ່ຕັ້ງໜ້າຂອງການຢ້ຽມຢາມຄັ້ງນີ້ໄດ້ສະແດງໃນຖະແຫຼງການຮ່ວມ ລະຫວ່າງ 2 ປະເທດ ຫວຽດນາມ-ສະຫະພັນລັດເຊຍ, ແມ່ນພື້ນຖານການປັບປຸງ ແລະ ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍໃຫ້ເລິກເຊິ່ງກ່ວາອີກ.
ກ່ອນນະນັ້ນ, ວັນທີ 25/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຍັງນະຄອນ Sochi. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ເຈລະຈາກັບທ່ານປະທານາທິບໍດີ Putin, ພົບປະກັບທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev, ປະທານພັກປະເທດລັດເຊຍ ເອກະພາບ.
ທີ່ສຳນັກງານປະທານາທິບໍດີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານາທິບໍດີ V.Putin ດຳເນີນການເຈລະຈາ, ຕີລາຄາກ່ຽວກັບບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍໃນໄລຍະຜ່ານມາ, ໃນນັ້ນມີການກວດກາບັນດາການເຄື່ອນໄຫວຂັ້ນສູງ, ຄວາມຄືບໜ້າຂອງການຜັນຂະຫຍາຍບັນດາໂຄງການໃຫຍ່ລະຫວ່າງ 2 ປະເທດ, ແລກປ່ຽນຄຳເຫັນກ່ຽວກັບທິດທາງ ແລະ ມາດຕະການລະອຽດເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດໃນທຸກດ້ານ, ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖີ່ນຂອງ 2 ປະເທດ, ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີ Medvedev
ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Medvedev, ປະທານພັກປະເທດລັດເຊຍ ເອກະພາບກຳອຳນາດ. ທ່ານນາຍົກລັດຖະມົນຕີ Medvedev ຕີລາຄາການຢ້ຽມຢາມຄັ້ງນີ້ໄດ້ສ້າງກຳລັງໜູນຢ່າງແຮງ, ຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຂຶ້ນສູ່ລະດັບສູງໃໝ່, ແມ່ນໂອກາດເພື່ອໃຫ້ 2 ຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງ ແລະ ກ້ວາງຂວາງກ່ວາອີກ, ປັບປຸງການພົວພັນສະໜິດສະໜົມລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະເທດລັດເຊຍເອກະພາບກຳອຳນາດ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກນະໂຍບາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ, ຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ. ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຕີລາຄາສູງ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບພັກປະເທດລັດ ເຊຍ ເອກະພາບ. ກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ 2 ຝ່າຍ, ການນຳ 2 ຝ່າຍເຫັນດີເປັນເອກະສັນພ້ອມກັນມານະພະຍາຍາມເພື່ອຍົກວົງເງິນ ການຄ້າ 2 ຝ່າຍຂຶ້ນ 7 ຕື້ USD ໃນປີ 2015 ແລະ 10 ຕື້ USD ໃນປີ 2020.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີ Medvedev ສະແດງຄວາມເພີ່ງພໍໃຈຕໍ່ການຮ່ວມມື 2 ຝ່າຍໃນຂົງເຂດພະລັງງານ, ຖືວ່ານີ້ແມ່ນຂົງເຂດແກ່ນສານມີຄວາມໝາຍຍຸດທະສາດສຳລັບ 2 ປະເທດ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີ D. Medvedev ເຫັນດີເປັນເອກະພາບຖືວ່າ: ບັນດາຄວາມຂັດແຍ້ງກັນບົນທະເລຕ້ອງໄດ້ຮັບການແກ້ໄຂດ້ວຍສັນຕິ ວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາ ເວັນອອກ (DOC) ແລະ ສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດ (COC).
ຫວຽດນາມ-ສະຫະພັນລັດເຊຍອອກຖະແຫລງການຮ່ວມກ່ຽວກັບການສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ໃນຖະແຫລງການຮ່ວມຊື່ງໄດ້ຮັບການລົງນາມໃນວັນທີ 25/11 ເນື່ອງໃນໂອກາດການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ສອງຝ່າຍຢືນຢັນສືບຕໍ່ປະຕິບັດແນວທາງເພີ່ມທະວີການພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍຢ່າງສະເຫມີຕົ້ນສະເຫມີ ປາຍ, ຕອບສະຫນອງຜົນປະໂຫຍດຍາວນານຂອງປະຊາຊົນສອງປະເທດ. ຫວຽດນາມ ແລະ ສະຫະພັນລັດເຊຍ ເນັ້ນຫນັກເຖິງບົດບາດປະສານງານທີ່ສຳຄັນຂອງຄະນະກຳມະການລະ ຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ ການຄ້າ ແລະ ວິທະຍາສາດ-ເຕັກນິກ. ສອງຝ່າຍ ເນັ້ນຫນັກເຖິງລັກສະນະຍຸດທະສາດຂອງການຮ່ວມມືໃນຂົງເຂດພະລັງ ງານນິວເຄຼຍ. ສອງຝ່າຍ ຕົກລົງເພີ່ມທະວີການຮ່ວມມື, ເປີດກວ້າງເຂດສຳຫລວດ ແລະ ຂຸດຄົ້ນນ້ຳມັນອາຍແກສຢູ່ໄຫລ່ທະວີບຫວຽດນາມ. ສອງຝ່າຍຢືນຢັນ ຄວາມສຳຄັນຂອງເລື່ອງນຳການຮ່ວມມືໃນຂົງເຂດການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີຂຶ້ນສູ່ລະດັບຍຸດທະສາດ. ສອງຝ່າຍຢືນຢັນ ສືບຕໍ່ສ້າງທຸກເງື່ອນໄຂສະດວກໃຫ້ພົນລະເມືອງຫວຽດນາມ ແລະ ພົນລະເມືອງ ລັດເຊຍ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ແຕ່ລະປະເທດ, ສືບຕໍ່ປະສານສົມທົບຢ່າງແຫນ້ນແຟ້ນ ແລະ ສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນບັນດາບັນຫາສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈທີ່ບັນດາເວທີປາໄສສາກົນ. ສອງຝ່າຍເຫັນດີໂດຍຖືວ່າ: ການຢ້ຽມຢາມ ສະຫະພັນລັດເຊຍ ຂອງທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຈະສ້າງກຳລັງຫນູນຢ່າງແຮງເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດ ທະສາດຮອບດ້ານ ຫວຽດນາມ- ລັດເຊຍ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຊີນທ່ານປະທານາທິບໍດີ ລັດເຊຍ V. Putin ມາຢ້ຽມຢາມ ຫວຽດນາມໃນເວລາເໝາະສົມ.
ຫາງສຽງລັດເຊຍຕີລາຄາສູງການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ
ກ່ອນການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ສຳນັກຂ່າວສານໃຫຍ່ສຸດຂອງລັດເຊຍ Tass ໄດ້ລົງພິມບົດພາຍໃຕ້ຫົວຂໍ້ວ່າ: “ຍາມໃດປະຊາຊົນຫວຽດນາມ ກໍສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນ ໂຊຫວຽດເກົ່າ ແລະ ລັດເຊຍໃນປະຈຸບັນ”. ບັນດາສຳນັກຂ່າວສານ, ໂທລະພາບ, ວິທະຍຸສຳຄັນຂອງລັດເຊຍ ລ້ວນແຕ່ໄດ້ໃຫ້ຂ່າວ,ບົດກ່ຽວກັບການເຄື່ອນໄຫວຕ່າງໆຂອງທ່ານເລຂາທິ ການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ ລັດເຊຍ. ການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກັບປະທານາທິບໍດີ ລັດເຊຍ Vladimir Putin, ການພົບປະແລກປ່ຽນຄຳເຫັນກັບນາຍົກລັດຖະມົນຕີລັດເຊຍ D.Metvedev, ບັນດາບົດປາໄສ, ຄຳເຫັນຂອງບັນດາການນຳລັດເຊຍ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ລ້ວນແຕ່ໄດ້ແນະນຳທາງພາຫະນະສື່ມວນຊົນລັດເຊຍ.
ເມື່ອຕີລາຄາກ່ຽວກັບການຢ້ຽມຢາມລັດເຊຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ດຣ Evgheny Glazuvov, ປະທານກິຕິມະສັກສະມາຄົມມິດຕະພາບລັດເຊຍ-ຫວຽດນາມ ໄດ້ເວົ້າວ່າ:
“ນີ້ແມ່ນເຫດການໃຫຍ່. ການຢ້ຽມຢາມອີກຄັ້ງຫນຶ່ງຢັ້ງຢືນເຖິງປະຫວັດສາດແຫ່ງການພົວພັນ ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ບັນດາການພົບປະລະຫວ່າງການນຳສອງປະເທດແມ່ນມີຄວາມໝາຍແທດຈິງ. ສອງຝ່າຍບໍ່ພຽງແຕ່ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາຊື່ງຕ່າງ ຝ່າຍຕ່າງມີຄວາມສົນໃຈເທົ່ານັ້ນ ຫາກຍັງປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍອີກ ດ້ວຍ.”