ໂດຍສືບຕໍ່ການຢ້ຽມຢາມສັນຖະວະໄມຕີທາງລັດຖະກິດລາຊາອະນາຈັກກຳປູເຈຍ, ຕອນເຊົ້າວັນທີ 7/12, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປວາງພວງມາລາ ຢູ່ ອະນຸສາວາລີເອກະລາດ ທີ່ນະຄອນຫຼວງພະນົມເປັນ, ໄປຢ້ຽມຢາມ ແລະ ຖະຫວາຍ
ທູບທຽນບູຊາຢູ່ອະນຸສາວາລີມິດຕະພາບຫວຽດນາມ ກຳປູເຈຍ, ເຂົ້າຢ້ຽມຢາມ ພະພິກຂຸ ແທບວົງ ແລະ ພະພິກຂຸ ບຸກຣີ. ໃນການຕ້ອນຮັບ, ພະພິກຂຸ ແທບວົງ ຢູ່ວັດ ອູລານອມ ແລະ ພະພິກຂຸ ບຸກຣີ ຢູ່ວັດ ບໍຕຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: ຢູ່ຫວຽດນາມ, ສາສະໜາພຸດນັບມື້ນັບພັດທະນາ ແລະ ພ້ອມກັບບັນດາສາສະໜາອື່ນ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ຖືເອົາທິດນຳ ສ້າງການດຳລົງຊີວິດ ແລະ ສາສະໜາໃຫ້ດີງາມ. ທ່ານເລຂາທິການໃຫຍ່ອວຍພອນບັນດາຍົດຖາບັນດາສັກໃນ ພຸດທະສາສະໜາ ກຳປູເຈຍ ແລະ ບັນດາ ພະພິກຂຸ ຈົ່ງສືບຕໍ່ມີການປະກອບສ່ວນໃຫ້ແກ່ນ້ຳໃຈມິດຕະພາບສາມັກຄີລະຫວ່າງ 2 ປະເທດ ຫວຽດນາມ ແລະ ກຳປູເຈຍ.
ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ແລະ ຊາວຫວຽດນາມ ອາໃສຢູ່ກຳປູເຈຍ. ນະທີ່ນີ້, ທ່ານ
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເວົ້າວ່າ: “ຄວາມຮັບຜິດຊອບຂອງບັນດາອົງການຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດແມ່ນໃຫຍ່ຫຼວງທີ່ສຸດ ແລະ ທັງໝົດເຫຼົ່ານັ້ນລ້ວນແຕ່ຕ້ອງເຮັດຈົນສຸດຄວາມສາມາດຂອງຕົນເພື່ອພາລະກຳສ້າງສາ, ພັດທະນາ, ປົກປັກຮັກສາປະເທດຊາດ. ຕ້ອງສົມທົບກັນ, ສາມັກຄີເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນດາວິສາຫະກິດ ຫວຽດນາມເຂົ້າມາລົງທຶນ, ດຳເນີນທຸລະກິດ ຢູ່ ກຳປູເຈຍຕ້ອງມີການ
ແກ້ງແຍ້ງ, ດຳເນີນທຸລະກິດແບບໂປ່ງໃສ, ຊ່ວຍກຳປູເຈຍຢ່າງສຸດອົກສຸດໃຈ, ດ້ວຍຄວາມທ່ຽງທຳ. ຜົນປະໂຫຍດດ້ານເສດຖະກິດແມ່ນສຳຄັນ ແຕ່ວ່າບັນດາຜົນປະໂຫຍດທາງດ້ານການເມືອງ, ສັງຄົມໃຫ້ແກ່ ກຳປູເຈຍແມ່ນສູງກ່ວາຫຼາຍ ແລະ ຕ້ອງເຮັດເພື່ອຜົນປະໂຫຍດໃຫ້ແກ່ສັງຄົມ”
ໃນຂອບເຂດການຢ້ຽມຢາມກຳປູເຈຍ, ຕອນເຊົ້າວັນທີ 7/12, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟູກໄດ້ມີການພົບປະ ກັບທ່ານຮອງນາຍົດລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ Sar Kheeng. 2 ຝ່າຍໄດ້ເຫັນດີເປັນເອກະສັນສືບຕໍ່ຊຸກຍູ້ການຮ່ວມມື 2 ຝ່າຍ, ເພິ່ມທະວີການຮ່ວມມືລະຫວ່າງກະຊວງພາຍໃນກຳປູເຈຍ ແລະ ກະຊວງຕຳຫຼວດຫວຽດນາມ. ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ
ຟ້າມບິນມິນ ໄດ້ມີການພົບປະ ກັບທ່ານຮອງນາຍົກລັດຖະມົນຕີການຕ່າງປະເທດກຳປູເຈຍ ໂຮນາມຮົງ.
ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 6/12, ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ ສີຫາໂມນີ ໄດ້ຈັດງານລ້ຽງຮອງຮັບ ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເນື່ອງໃນໂອກາດມາຢ້ຽມຢາມສັນຖະວະໄມຕີທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ. ກ່າວຄຳເຫັນນະທີ່ນີ້, ພະມະຫາກະສັດ ສີຫາໂມນີ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື 2 ຝ່າຍລະຫວ່າງ 2 ປະເທດນັບມື້ນັບແໜ້ນແຟ້ນ ແລະ ໝັ້ນຄົງໃນທຸກໆຂົງເຂດ. ພະມະຫາກະສັດ ກຳປູເຈຍເຊື່ອໝັ້ນວ່າຫວຽດນາມຈະສືບຕໍ່ແບ່ງປັນໃຫ້ ປະຊາຊົນກຳປູເຈຍບັນດາບົດຮຽນອັນລ້ຳຄ່າ, ກໍ່ຄືບັນດາຄວາມຮູ້ດ້ານວິທະຍາສາດ - ເຕັກນິກ ແລະ ສືບຕໍ່ໜູນຊ່ວຍໃຫ້ແກ່ການພັດທະນາເສດຖະກິດຂອງກຳປູເຈຍ. ສ່ວນທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຊື່ອໝັ້ນວ່າການພົວພັນຫວຽດນາມ ກຳປູເຈຍ ຈະນັມມື້ນັບແຕກດອກອອກຜົນ, ຕອບສະໜອງຄວາມມຸ້ງມາດປາດຖະໜາ ແລະ ຜົນປະໂຫຍດຂອງ ປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ໃນທົ່ວໂລກ.