ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຕ້ອນຮັບການນຳຝ່າຍຄ້ານຊີຣີ

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຕ້ອນຮັບການນຳຝ່າຍຄ້ານຊີຣີ - ảnh 1
ປະທານ​ສະພາຊົນ​ຊາດ​ຊີ​ຣີ (SNC)
(ພາບ: AP)


(vovworld) - ວັນ​ທີ 24 ກັນຍາ, ທີ່​ການ​ຕ້ອນຮັບ​ການ​ນຳ​ຝ່າຍ​ຄ້ານ​ຊີຣີ​ເປັນ​ຄັ້ງ​ທຳ​ອິດ, ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ບານ​ກີ​ມຸນ ຊົມ​ເຊີຍ​ຄຳ​ໝັ້ນ​ສັນຍາ​ຂອງ​ປະທານ​ສະພາຊົນ​ຊາດ​ຊີ​ຣີ (SNC) ວ່າ ກຸ່​ມຝ່າຍ​ຄ້ານ​ນີ້​ຈະ​ສົ່ງ​ຄະນະ​ຜູ້​ແທນ​ໄປ​ເຖິງ​ກອງ​ປະຊຸມ​ສັນຕິພາບ​ກ່ຽວ​ກັບ​ຊີ​ຮີ ​ເຊິ່ງຄາດ​ວ່າ ຈະ​ດຳ​ເນີນ​ໃນ​ກາງ​ເດືອນ ພະຈິກ ຈະ​ມາ​ເຖິງ ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ທ່ານ ບານ​ກີ​ມູນ ຍັງ​ກະຕຸກ​ຊຸກຍູ້ SNC ພ້ອມ​ກັນຮ່ວມ​ສຳພັນກັບ​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ອື່ນ​ຢູ່​ຊີຣີ ​ເພື່ຶອມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ຄະນະ​ຜູ້​ແທນທີ່ມີລັກສະນະ​ປອງ​ດອງ ​ແລະ ຕາງ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ Geneva 2.

        ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Walid Muallem ຖະ​ແຫຼງວ່າປະ​ເທດຂອງ​ທ່ານ​ອຸ່ນ​ອ່ຽງ​ໃຈ ກັບ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ເຊິ່ງ​ໄດ້​ອະນຸມັດ​ຜ່ານ​ກ່ອນ​ນີ້ 2 ວັນ ກ່ຽວ​ກັບ​ການ​ທຳລາຍ​ສາງ​ອາວຸດ​ເຄມີ ​ແລະ ຢືນຢັນ​ວ່າ ຈະ​ບໍ່​ປຶກສາ​ຫາລື​ກ່ຽວ​ກັບ​ອະນາຄົດ​ຂອງ​ທ່ານ​ປະທານາທິບໍດີ​ປະ​ເທດ​ນີ້ ​ນັ້ນແມ່ນ​ທ່ານ Bashar al Assad. ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດ Muallem ຢືນຢັນ​ວ່າ ລັດຖະບານ​ຊີຣີ ຈະ​ບໍ່​ຮັບ​ຮູ້​ບໍ່​ວ່າ​ແຜນການ​ມອບ​ໂອນ​ສັນຕິພາບ​ໃດໆ ​ທີ່​ແນ​ໃສ່​ໂຄນ​ລົ້ມ​ ທ່ານ​ປະທານາທິບໍດີ​ Bashar al Assad.

ຂ່າວ/ບົດ​ອື່ນ