ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບເອກອັກຄະລັດຖະທູດລາວເຂົ້າຢ້ຽມອຳລາກ່ອນສິ້ນສຸດອາຍຸການຢູ່ຫວຽດນາມ
ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ
ຕ້ອນຮັບທ່ານ ສົມພອນ ສີຈະເລີນ
ພາບ:nguyenphutrong
|
(vovworld)- ທີ່ການຕ້ອນຮັບທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການການທູດ ຢູ່ຫວຽດນາມ, ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງຫນ້າຂອງທ່ານເອກອັກຄະລັດຖະທູດ ລາວ ເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະລາວ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຊື່ອໝັ້ນວ່າ: ໃນຖານະຕຳແຫນ່ງໃຫມ່, ທ່ານເອກອັກຄະລັດຖະທູດ ລາວ ຈະສືບຕໍ່ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນການພັດທະນາສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ. ສ່ວນ ທ່ານ ສົມພອນ ສີຈະເລີນ ໄດ້ຢືນຢັນວ່າ: ໃນບໍ່ວ່າຕຳແຫນ່ງວຽກງານໃດ ກໍຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ.