ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມຕາແສງດືກຮ່ວາດົງແຂວງລອງອານ
(ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ລົງຢ້ຽມຢາມ ແລະ
ເຮັດວຽກຢູ່ຕາແສງ ດືກຮ່ວາດົງ ເມືອງດືກຮ່ວາ ແຂວງລອງອານ)
(vovworld) - ຕອນເຊົ້າວັນທີ 15/03 ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງ ດືກຮ່ວາດົງ ເມືອງດືກຮ່ວາ ແຂວງລອງອານ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ເລື່ອງພະນັກງານ ແລະ ປະຊາຊົນຕາແສງ ດືກຮ່ວາດົງ ເວົ້າສະເພາະ, ເມືອງດືກຮ່ວາ ເວົ້າລວມ ເລືອກເຟັ້ນການພັດທະນາອຸດສາຫະກຳ, ການບໍລິການ ໄດ້ເຮັດໃຫ້ກົນໄກເສດຖະກິດປ່ຽນແປງຢ່າງຈະແຈ້ງ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ:
“ດືກຮ່ວາ ເວົ້າລວມ ແລະ ດືກຮ່ວາດົງ ເວົ້າສະເພາະ ແມ່ນຮູບພາບທີ່ລະອຽດ, ຊີວິດຊີວາກ່ຽວກັບພາລະກິດຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງແຂວງ ກໍ່ຄືຂອງທັງປະເທດ ພວມຫັນປ່ຽນຮູບແບບໄວທີ່ສຸດ ແລະ ພວມປ່ຽນໃໝ່ໄວທີ່ສຸດ. ຈາກບ່ອນກະສິກຳ ແລະ ການທຳມາຫາກິນຫຍຸ້ງຍາກທີ່ສຸດ ແຕ່ໃນໄລຍະເວລາບໍ່ຍາວປານໃດ ນັບແຕ່ປີ 2000 ມາຮອດປະຈຸບັນ ເມື່ອພວກເຮົາຫັນປ່ຽນຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ໝາກຜົນທີ່ບັນລຸໄດ້ມີບາດກ້າວພັດທະນາປະທັບໃຈທີ່ສຸດ.”
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ໃນວິວັດແຫ່ງການຫັນເປັນອຸດສາຫະກຳ, ກໍ່ສ້າງຊົນນະບົດໃໝ່ ຮຽກຮ້ອງຕ້ອງປ່ຽນແນວຄິດ, ແບບແຜນເຮັດວຽກ, ວິທີຄຸ້ມຄອງ ແຕ່ຍັງຄົງຮັກສາຄວາມງາມ, ຄວາມສາມັກຄີຂອງປະຊາຊົນທຸກຄົນໃຫ້ໄດ້.