ທ່ານເລຂາທິການໃຫຍ່ຫວຽດນາມຕ້ອນຮັບທ່ານRobertFicoນາຍົກລັດຖະມົນຕີ ສາທາລະນະລັດເຊັກໂກ


ທ່ານເລຂາທິການໃຫຍ່ຫວຽດນາມຕ້ອນຮັບທ່ານRobertFicoນາຍົກລັດຖະມົນຕີ ສາທາລະນະລັດເຊັກໂກ - ảnh 1
ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ໄດ້​ຕ້ອນຮັບ ແລະ
ແລກ​ປ່ຽນຄວ​າມ​ເຫັນ​ກັບ ທ່ານ​ Robert Fico

​(vovworld) - ຕອນ​ບ່າຍ​ວັນ​ທີ 18/7, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ຕ້ອນຮັບ ແລະແລກ​ປ່ຽນຄວ​າມ​ເຫັນ​ກັບ ທ່ານ​ Robert Fico ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ທີ່ພວມ​ຢ້ຽມ​ຢາມ​ຢູ່​ຫວຽດ​ນາມ. ທ່ານ ຫງວຽນ​ຟູ໋​ຈ້ອງ ​ເລ​ຂາ​ທິ​ການ​ໃຫຍ່​ຫວຽດ​ນາມ ຊົມ​ເຊີຍ ບັນດາການ​ເຈ​ລະ​ຈາ​ການ​ເມືອງ​ຂັ້ນ​ສູງ ລະ​ຫວ່າງ​ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ແລະ​ບັນ​ດາ​ພັກ​ກຳ​ອຳ​ນາດ​ຂອງ​ສອງ​ປະ​ເທດ; ທ່ານ​ສະ​ເໜີ ສອງ​​​ຝ່າຍສືບ​ຕໍ່​ຮັກ​ສາການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​​ບັນ​ດາ​ຂໍ້​ຕົກ​ລົງ​ເຊິ່ງ​ສອງ​ປະ​ເທດໄດ້ລົງ​ນາມ, ໃນ​ນັ້ນ​ມີ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ; ທ່ານຂອບ​ອົກ​ຂອບ​ໃຈ​ລັດ​ຖະ​ບານສາ​ທາ​ລະ​ນະ​ລັດ ເຊັກ​ໂກ ໄດ້​​ສ້າງ​ເງື່ອນ​ໄຂ​ສະ​ດວກ ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ສາ​ທາ​ລະ​ນະ​ລັດ ເຊັກ​ໂກ. ໃນ​ໂອ​ກາດ​ນີ້, ທ່ານ ຫງວຽນ​ຟູ໋​ຈ້ອງ ​ເລ​ຂາ​ທິ​ການ​ໃຫຍ່​ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ແລະ​ສະ​ເໜີ ເຊັກ​ໂກ​ສືບ​ຕໍ່​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ເປັນ​ທຳ​ຂອງ​ຫວຽດ​ນາມ ແລະ ອາ​ຊຽນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ Robert Fico ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ຢືນ​ຢັນ​ວ່າ: ດ້ວຍຖາ​ນະ​ເປັນ​ປະ​ທານ​ຜັດ​ປ່ຽນ​ ຂອງ​ອີ​ຢູ ​ນັບ​ແຕ່ 1/7/2016, ເຊັກ​ໂກ ຈະເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສາ​ມາດ​ເປັນ​ໄປ​ໄດ້ ເພື່ອ​ຊຸກຍູ້​ການ​ພົວ​ພັນ​ລະ​ຫວ່າ​ງ​ອີ​ຢູ ແລະ ຫວຽດ​ນາມ; ສົມ​ທົບ​ກັບ​ຫວຽດ​ນາມ ໃນ​ບັນ​ດາ​ເວ​ທີ​ປາໄສ​ສາ​ກົນຢ່າງ​ແໜ້ນ​ແຟ້ນ, ສູ້​ຊົນ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ສະ​ພາບ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.​​

ຂ່າວ/ບົດ​ອື່ນ