ທ່ານເລຂາທິການໃຫຍ່ຫວຽດນາມຕ້ອນຮັບທ່ານປະທານາທິບໍດີ ອີຣານ
ທ່ານ ຫງວຽນຟູ໋ຈ້ອງ ຕ້ອນຮັບ ທ່ານ Hassan Rouhani
(vovworld) - ຕອນບ່າຍວັນທີ 6/10, ທີ່ສຳນັກງານສູນການພັກ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມຸນິດຫວຽດນາມ ໄດ້ຕ້ອນຮັບ ທ່ານ Hassan Rouhani ປະທານາທິບໍດີ ປະເທດ ສາທາລະນະລັດອີດສະລາມອີຣານທີ່ພວມຢ້ຽມຢາມທາງລັດຖະກິດຫວຽດນາມ. ທີ່ການຢ້ຽມຢາມ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຢືນຢັນວ່າ ພັກ, ລັດຫວຽດນາມ ຍາມໄດເອົາໃຈໃສ່ ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບບັນດາປະເທດເພື່ອນນິດທີ່ເປັນມູນເຊື້ອໃນພາກພື້ນຕາເວັນອອກກາງ, ໃນນັ້ນມີອີຣານ. ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ສະເໜີໃນໄລຍະຈະມາເຖິງ ສອງປະເທດຄວນສືບຕໍ່ເພີ່ມທະວີແລກປຽນຄະນະຜູ້ແທນທຸກຂັ້ນ, ບັນດາຂະແໜງການ ແລະ ຄະນະວິສາຫະກິດ ເພື່ອຊອກຫາບັນດາມາດຕະການອັນລະອຽດແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ພ້ອມທັງຊຸກຍູ້ບັນດາເຄື່ອນໄຫວພົບປະແລກປຽນ, ວັດທະນະທຳ, ກິລາ, ສຶກສາ - ກໍ່ສ້າງ, ທ່ອງທ່ຽວ.
ສ່ວນ ທ່ານ Hassan Rouhani ປະທານາທິບໍດີ ອີຣານ ຕີລາຄາສູງບັນດາບາດກ້າວພັດທະນາໃນການພົວພັນສອງປະເທດໃນໄລຍະຜ່ານມາ. ທ່ານ Hassan Rouhani ປະທານາທິບໍດີ ປາດຖະໜາຢາກ ເພີ່ມທະວີການພົວພັນມິດຕະພາບ, ກໍ່ຄືຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງ ອີຣານ ແລະ ຫວຽດນາມ ໃນໄລຍະຈະມາເຖິງກວ່າອີກ, ເພື່ອຜົນປະໂຫຍດອັນແທດຈີງຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ. ທ່ານ Hassan Rouhani ປະທານາທິບໍດີ ອີຣານ ຢືນຢັນ ຄວາມຕັດສິນໃຈຜັນຂະຫຍາຍມີຜົນງານບັນດາຂໍ້ຕົກລົງຮ່ວມມືເຊິ່ງສອງຝ່າຍບັນລຸໄດ້ໃນການຢ້ຽມຢາມຢ່າງມີປະສິດທິຜົນ, ກອນອື່ນໝົດແມ່ນຕັ້ງໜ້າກະກຽມໃຫ້ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຄັ້ງທີ 9 ໃນໄລຍະຈະມາເຖິງ.