ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງ​ຕວານ​ທັ້ງ: ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້​ນ​ສັນ​ຍາ​ຢູ່​ລະ​ດັບ​ສູງ​ທີ່​ສຸດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ອ​ົງ​ການ ຝ​ລັ່ງ​ໂກ​ໂຟ​ນີ

(VOVWORLD) - ການນຳຂັ້ນສູງ ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງຂອງ ອົງການຝລັ່ງໂກໂຟນີ ເຊິ່ງສະແດງໃຫ້ເຫັນການຖືເປັນສຳຄັນຂອງ ຫວຽດນາມ ໃນການຮ່ວມມືກັບ ອົງການ ຝລັ່ງໂກໂຟນີ ແລະ ບັນດາປະເທດສະມາຊິກ.
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງ​ຕວານ​ທັ້ງ: ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້​ນ​ສັນ​ຍາ​ຢູ່​ລະ​ດັບ​ສູງ​ທີ່​ສຸດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ອ​ົງ​ການ ຝ​ລັ່ງ​ໂກ​ໂຟ​ນີ - ảnh 1ທ່ານ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳຝລັ່ງ ດິ່ງຕວານທັ້ງ
(ພາບ: TTXVN)

ເນື່ອງໃນໂອກາດ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ຢູ່ນະຄອນຫຼວງ ປາຣີ ຂອງຝລັ່ງໃນລະຫວ່າງວັນທີ 4 – 5 ຕຸລາ, ທ່ານ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳຝລັ່ງ ດິ່ງຕວານທັ້ງ ໃຫ້ຮູ້ວ່າ ໃນຕະຫຼອດໄລຍະ 30 ປີຜ່ານມາ, ການນຳຂັ້ນສູງ ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງຂອງ ອົງການຝລັ່ງໂກໂຟນີ ເຊິ່ງສະແດງໃຫ້ເຫັນການຖືເປັນສຳຄັນຂອງ ຫວຽດນາມ ໃນການຮ່ວມມືກັບ ອົງການ ຝລັ່ງໂກໂຟນີ ແລະ ບັນດາປະເທດສະມາຊິກ. ທ່ານໃຫ້ຮູ້ວ່າ:

ນີ້ເປັນຄັ້ງທຳອິດ ທີ່ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຢູ່ລະດັບເລຂາທິການໃຫຍ່, ປະທານປະເທດເຊິ່ງສະແດງໃຫ້ເຫັນການຖືເປັນສຳຄັນຂອງ ຫວຽດນາມ ໃນການຮ່ວມມືກັບ ອົງການ ຝລັ່ງໂກໂຟນີ ແລະ ບັນດາປະເທດສະມາຊິກ, ໂດຍສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ເຂົ້າໃນການພັດທະນາຂອງປະຊາຄົມຝລັ່ງໂກໂຟນີວສາກົນ (OIF). ຜ່ານການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢູ່ກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງນີ້ OIF ຈະໃຫ້ເຫັນໄດ້ເຖິງຄວາມມານະພະຍາຍາມຢ່າງໃຫຍ່ຫຼວງທີ່ສຸດຂອງ ຫວຽດນາມ ໃນການຍົກສູງການມີໜ້າຂອງພາກພື້ນ ອາຊີ - ປາຊີຟິກ ຢູ່ລະດັບສູງທີ່ ອົງການນຳໃຊ້ພາສາຝລັ່ງ, ຕີລາຄາສູງບົດບາດເປັນຂົວເຊື່ອມຕໍ່ຂອງ ຫວຽດນາມ ໃນການຊຸກຍູ້ການພົວພັນປະຊາຄົມ ຝລັ່ງໂກໂຟນີສາກົນ ກັບພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ