ທ່ານ​ເອກ​ອັກ​ຕ​ຄະ​ລັດ​ຖະ​ທູດ Marc E.Knapper: ການ​ພົວ​ພັນ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ຢູ່​ໃນ​ໄລ​ຍະ​ດີ​ທີ່​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ

(VOVWORLD) -ອາເມລິກາມີຄວາມຫວັງຢາກຍົກລະດັບການພົວພັນນີ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ຫວຽດນາມ ແມ່ນຈຸດສຸມໃນຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.
ທ່ານ​ເອກ​ອັກ​ຕ​ຄະ​ລັດ​ຖະ​ທູດ Marc E.Knapper: ການ​ພົວ​ພັນ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ຢູ່​ໃນ​ໄລ​ຍະ​ດີ​ທີ່​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ - ảnh 1ທ່ານ Marc E.Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ - ອາເມລິກາ ໃນລະຫວ່າງວັນທີ 12 - 13 ພຶດສະພາ ຢູ່ນະຄອນຫຼວງ ວໍຊິງຕັນ ແລະ ໄປຢ້ຽມຢາມ, ເຮັດວຽກຢູ່ອາເມລິກາ ແລະ ສປຊ ໃນລະຫວ່າງວັນທີ 11 - 17 ພຶດສະພາ, ທ່ານ Marc E.Knapper ໃຫ້ຮູ້ວ່າ: ອາເມລິກາ ແມ່ນຄູ່ຮ່ວມມືໃຫຍ່ຂອງ ຫວຽດນາມ ໃນອາຊຽນ. ອາເມລິກາ ພວມຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ໃນວິວັດການກໍ່ສ້າງວິໄສທັດ ໃຫ້ແກ່ຂອບເຂດເສດຖະກິດ ມະຫາສະໝຸດອິນເດຍ - ປາຊີຟິກ, ເພື່ອຍົກສູງກຳລັງຮັບມື, ລັກສະນະກວມລວມ ແລະ ຄວາມສາມາດໃນການແກ້ງແຍ່ງໃຫ້ແກ່ບັນດາພື້ນຖານເສດຖະກິດ ຜ່ານຂໍ້ລິເລີ່ມນີ້, ອາເມລິກາມີຄວາມຫວັງຢາກປະກອບສ່ວນເຂົ້າໃນການຮ່ວມມື, ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງໃນພາກພື້ນ.

ທ່ານ Marc E.Knapper ເອກອັກຄະລັດຖະທູດ ເນັ້ນໜັ້ກວ່າ: ການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ພວມຢູ່ໃນໄລຍະດີທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ແລະ ການພົວພັນຄູ່ຮ່ວມມືຮອບດ້ານໃນບັນດາຂົງເຂດ: ການເມືອງ, ຄວາມໝັ້ນຄົງ, ເສດຖະກິດຕະຫຼອດຮອດການພົວພັນປະຊາຊົນ, ກໍ່ຄືຄວາມມານະພະຍາຍາມລວມເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ການພົວພັນຮ່ວມມືພວມນັບມື້ນັບເຂັ້ມແຂງ. ອາເມລິກາມີຄວາມຫວັງຢາກຍົກລະດັບການພົວພັນນີ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ຫວຽດນາມ ແມ່ນຈຸດສຸມໃນຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານເອກອັກຄະລັດຖະທູດ Marc E.Knapper ຢັ້ງຢືນວ່າ: ອາເມລິກາ ຈະສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ໃນວິວັດການຟື້ນຟູເສດຖະກິດພາຍຫຼັງພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ