ທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ ແລະ
ທ່ານ Ung Sean ລັດຖະມົນຕີ ກະຊວງການຕ່າງປະເທດ
(ພາບ: TTXVN)
(vovworld) - ເນື່ອງໃນໂອກາດມາ ຫວຽດນາມ ເປັນປະທານຮ່ວມກອງປະຊຸມທາບທາມຄວາມເຫັນດ້ານການເມືອງຂັ້ນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ - ກຳປູເຈຍ ຄັ້ງທີ 5, ຕອນບ່າຍວັນທີ 05/05, ທ່ານ Ung Sean ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ດຳປູເຈຍ ແລະ ຄະນະຜູ້ແທນກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ເຂົ້າຢ້ຽມຂ່ຳນັບທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ. ນະທີ່ນີ້ ທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຕີລາຄາສູງໝາກຜົນແຫ່ງການທາບທາມຄວາມເຫັນດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ, ຢືນຢັນນີ້ແມ່ນກົນໄກດີສຸດ ເພື່ອ 2 ກະຊວງເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ແບ່ງປັນບົດຮຽນ, ຮ່ວມມືນຳກັນໃນການພົວພັນໃຫ້ 2 ຝ່າຍ ກໍ່ຄືໃນບັນດາເວທີປາໄສຫລາຍຝ່າຍ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ 2 ກະຊວງການຕ່າງປະເທດ ສືບຕໍ່ຮັກສາກົນໄກທາບທາມຄວາມເຫັນດ້ານການເມືອງປະຈຳປີ, ພິຈາລະນາ ມີບັນດາການປັບປຸງອັນຈຳເປັນ ເພື່ອໃຫ້ການທາບທາມຄວາມເຫັນດ້ານການເມືອງຕັ້ງຕໍ່ໄປລະຫວ່າງ 2 ຝ່າຍ ນັບມື້ນັບມີປະສິດທິຜົນ, ແທດຈິງກ່ວາ .