ທ່າອາກາດສະຍານສາກົນ ໂນ້ຍບ່າຍ
(ພາບປະກອບ) |
(vovworld) – ວັນທີ 16/3, ຢູ່ນະຄອນ Cologne, ປະເທດ ເຢຍລະມັນ, ທ່າອາກາດສະຍານສາກົນ ໂນ້ຍບ່າຍ ເປັນກຽດໄດ້ຮັບລາງວັນ “ສະໜາມບິນໄດ້ຮັບການປັບປຸງດີທີ່ສຸດໃນໂລກປີ 2016” ຈາກ ອົງການ Skytrax, ເຊິ່ງແມ່ນອົງການວິຊາການ, ມີອິດທິພົນຊື່ສຽງໃນໂລກກ່ຽວກັບການຕີລາຄາຄຸນນະພາບການບໍລິການການບິນ. ຕາມການຕີລາຄາຂອງ Skytrax, ເລື່ອງທ່າອາກາດສະຍານສາກົນ ໂນ້ຍບ່າຍ ໄດ້ຮັບລາງວັນດັ່ງກ່າວແມ່ນຜົນງານພົ້ນເດັ່ນທີ່ສຸດ, ເປັນພະຍານຫຼັກຖານໃຫ້ແກ່ການປັບປຸງທ່າອາກາດຢ່າງແຮງໃນປີ 2015. ພ້ອມກັບການມອບລາງວັນດັ່ງກ່າວ, Skytrax ກໍ່ຕີລາຄາລະດັບຈັດອັນດັບບັນດາສະໜາມບິນດີທີ່ສຸດໃນໂລກ, ຕາມນັ້ນແລ້ວ, ລະດັບຈັດອັນດັບທົ່ວໂລກຂອງສະໜາມບິນສາກົນ ໂນ້ຍບ່າຍ ຢືນອັນດັບທີ 100 ໃນຈຳນວນສະໜາມບິນດີທີ່ສຸດໃນໂລກ, ສິ່ງດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນການປັບປຸງດ້ວຍອຸປະກອນປະກອບເທົ່ານັ້ນ, ຫາກນັບທັງການປັບປຸງມາດຕະຖານ, ການບໍລິການຂອງສະໜາມບິນອີກດ້ວຍ. ກ່ອນໜ້ານັ້ນ, ບັນດາສະໜາມບິນໃຫຍ່ຄື Frankfurt/Main ແລະ Paris – Charles – de – Gaulle ເຄີຍເປັນກຽດໄດ້ຮັບລາງວັນສະໜາມບິນໄດ້ຮັບການປັບປຸງດີທີ່ສຸດໃນໂລກ.