ທ່າອ່ຽງພັດທະນາຕະຫຼາດທຶນຮອນຢູ່ ຫວຽດນາມ

(VOVWORLD) - ປະຈຸບັນ, ຕະຫຼາດຫຼັກຊັບຢູ່ ຫວຽດນາມ ພວມກາຍເປັນຂົງເຂດລະດົມທຶນສຳຄັນໃຫ້ແກ່ພື້ນຖານເສດຖະກິດ. ບັນດາລັດວິສາຫະກິດປະຕິບັດການຫັນເປັນຫຸ້ນສ່ວນມຸ່ງໄປເຖິງການຍົກສູງກຳລັງຄວາມສາມາດບໍລິຫານ, ສ້າງຄວາມກະຈ່າງແຈ້ງດ້ານການເງິນ, ດັ່ງນັ້ນ, ຕະຫຼາດທຶນຮອນ - ຕະຫຼາດຫຼັກຊັບ ແມ່ນບ່ອນພົບປະຂອງບັນດານັກລົງທຶນ ແລະ ວິສາຫະກິດຕ້ອງການທຶນເພື່ອພັດທະນາ. ບົດຂຽນ “ທ່າອ່ຽງພັດທະນາຕະຫຼາດທຶນຮອນຢູ່ ຫວຽດນາມ” ຂອງ ມີງແຫ້ງ, ນັກຂ່າວ VOV.

ທ່າອ່ຽງພັດທະນາຕະຫຼາດທຶນຮອນຢູ່ ຫວຽດນາມ - ảnh 1 ຕະຫຼາດຫຼັກຊັບ ຫວຽດນາມ ມີລະດັບເຕີບໂຕໄວ

(ພາບປະກອບ)


       
ທ່ານ ໂດ໋ຈ້ອງກວິ່ງ, ຜູ້ອຳນວຍການບໍລິສັດໃຫຍ່ຫຸ້ນສ່ວນ ຂາອອກ - ຂາເຂົ້າ ແລະ ກໍ່ສ້າງ ຫວຽດນາມ (Vinaconex) ໄດ້ເລົ່າຄືນເລື່ອງລາວກ່ຽວກັບ Vinaconex ເກືອບຈະລົ້ມລະລາຍ ແຕ່ໄດ້ຟື້ນຕົວຄືນໃໝ່ຈາກແຫຼ່ງທຶນປະກອບຈາກນັກລົງທຶນ. ນັ້ນແມ່ນປີ 2006, Vinaconex ໄດ້ກໍ່ສ້າງໂຮງງານຊີມັງ ເກີ໋ມຝາ ແລະ ມີຄວາມຫວັງຕໍ່ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງຕະຫຼາດຊີມັງ. Vinaconex ໄດ້ກໍ່ສ້າງໂຮງງານແຫ່ງນີ້ດ້ວຍແຫຼ່ງທຶນຈາກທະນາຄານເປັນຕົ້ນ. ປີ 2011, ເງິນຕາຕ່າງປະເທດຖືກຕົກລາຄາ ແລະ ຕະຫຼາດຊີມັງບໍ່ໄດ້ຄືດັ່ງຄວາມມຸ່ງຫວັງ, ພາໄປເຖິງການຂາດທຶນ. ມີປີໜຶ່ງ, ໂຮງງານໄດ້ຫລຸບທຶນເຖິງ 670 ຕື້ດົ່ງ, Vinaconex ໄດ້ຢືນຢູ່ຕໍ່ໜ້າການສູນເສຍທຶນຢູ່ໂຮງງານແຫ່ງນີ້, ຊ້ຳບໍ່ໜຳ, ພາໄປເຖິງການທີ່ບໍລິສັດເກືອບຈະລົ້ມລະລາຍ. ຍ້ອນມາດຕະການຍົກສູງທຶນຈົດທະບຽນ ແລະ ການປະກອບທຶນຂອງນັກລົງທຶນ ໄດ້ກູ້ຊ່ວຍໃຫ້ Vinaconex ບໍ່ພຽງແຕ່ຄົງຕົວຢ່າງໝັ້ນຄົງເທົ່ານັ້ນ ຫາກຍັງເພີ່ມທຶນໃນຕະຫຼາດຫຼັກຊັບຂຶ້ນເຖິງຕົວເລກ 9.000 ຕື້ດົ່ງຄືປະຈຸບັນອີກດ້ວຍ. ທ່ານ ໂດ໋ຈ້ອງກວິ່ງ, ໃຫ້ຮູ້ວ່າ:

        “2 ຜູ້ຖືຫຸ້ນຫຼາຍໄດ້ປະກອບທຶນເຂົ້າ Vinaconex ໄດ້ 1.500 ຕື້ ແລະ Vinaconex ຄ່ອຍໆຟື້ນຕົວ ແລະ ພັດທະນາ. ມີພຽງ 1.500 ຕື້ດົ່ງ ຈຶ່ງຟື້ນຟູໄດ້ວິສາຫະກິດ ດ້ວຍຈຳນວນຄົນງານ 30.000 ຄົນ ແລະ ບໍ່ຖືກລົ້ມລະລາຍ, ຮັກສາການດຳເນີນທຸລະກິດຄືເກົ່າ ແລະ ຮັບປະກັນຄວາມປອດໄພ, ພັດທະນາທຶນຂອງລັດ ຢູ່ ວິສາຫະກິດ ສະແດງໃຫ້ເຫັນແຫຼ່ງເງິນ, ທຶນຮອນສຳຄັນຄືແນວໃດ.”

        ຕະຫຼາດທຶນຮອນ - ຕະຫຼາດຫຼັກຊັບ ຫວຽດນາມ ໄດ້ຮັບການຄາດຄະເນວ່າແມ່ນຈະສືບຕໍ່ທ່າເຕີບໂຕດ້ວຍແຜນນະໂຍບາຍ ແລະ ແຜນການລະອຽດ ຍູ້ແຮງການຫັນເປັນຫຸ້ນສ່ວນ ແລະ ການຖອນທຶນຂອງລັດຖະບານ. ໃນພຽງ 9 ເດືອນຕົ້ນ 2017, ລັດຖະບານ ໄດ້ຫັນລັດວິສາຫະກິດເປັນຫຸ້ນສ່ວນ 34 ແຫ່ງໃນຈຳນວນ 44 ແຫ່ງຕາມແຜນການ. ແຕ່ນີ້ຮອດທ້າຍປີ, ບາງວິສາຫະກິດຈະໄດ້ຍູ້ໄວຄວາມຄືບໜ້າການຫັນເປັນຫຸ້ນສ່ວນຄື: PV Oil, PV Power, ບໍລິສັດໃຫຍ່ຢາສູບ ຫວຽດນາມ… ປີ 2018, ລັດຖະບານປະກາດແຜນການຫັນ 64 ວິສາຫະກິດເປັນຫຸ້ນສ່ວນຕື່ມອີກ, ໃນນັ້ນ, ມີຫຼາຍວິສາຫະກິດໃຫຍ່ຄື: ບໍລິສັດເຈ້ຍ ຫວຽດນາມ, Mobifone… ປີ 2019, ເຖິງວ່າແຜນການຂອງລັດຖະບານຫັນ 18 ວິສາຫະກິດເປັນຫຸ່ນສ່ວນເທົ່ານັ້ນ ແຕ່ລ່ວນແຕ່ແມ່ນວິສາຫະກິດຂະໜາດໃຫຍ່ຄື: ບໍລິສັດໃຫຍ່ ກາເຟ ຫວຽດນາມ, ກຸ່ມບໍລິສັດໃຫຍ່ໂທລະຄົມມະນາຄົມ, ກຸ່ມບໍລິສັດເຄມີ, ກຸ່ມບໍລິສັດຖ່ານຫີນ ແລະ ບໍ່ແຮ່… ດັ່ງນັ້ນ, ໃນເວລາ 1 – 2 ປີຈະມາເຖິງ, ລັດວິສາຫະກິດນັບພັນແຫ່ງຈະໄດ້ຮັບການປະຕິບັດຫັນເປັນຫຸ້ນສ່ວນ ແລະ ເຂົ້າຮ່ວມການກຳນົດລາຄາ, ຈົດທະບຽນໃນຕະຫຼາດຫຼັກຊັບ. ນີ້ແມ່ນກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ເຈີ່ນວັນຢູ້ງ, ປະທານຄະນະກຳມະການຫຼັກຊັບແຫ່ງລັດ ຢັ້ງຢືນວ່າ:

        “ໃນບັນດາຂໍ້ກຳນົດກ່ຽວກັບການຖອນທຶນຂອງລັດ ຢູ່ບັນດາວິສາຫະກິດ ໄດ້ຫັນເປັນຫຸ້ນສ່ວນຢ່າງຈະແຈ້ງ ກ່ຽວກັບຄວາມຄືບໜ້າ ແລະ ການຊີ້ນຳກໍ່ແຂງແຮງທີ່ສຸດ. ອັດຕາການຖອນທຶນກໍ່ໄດ້ຮັບການປະກາດ, ເປີດເຜີຍ. ສານຂອງລັດຖະບນ ກ່ຽວກັບວິວັດການນີ້ແມ່ນຈະແຈ້ງ. ຕະຫຼາດທຶນ - ຕະຫຼາດຫຼັກຊັບມີຫຼາຍກາລະໂອກາດ ແລະ ຈະເຄື່ອນໄຫວຟົດຟື້ນໃນໄລຍະຈະມາເຖິງ.” ພ້ອມກັບຄວາມຕ້ອງການທຶນຮອນ, ບັນດາປັດໄຈອື່ນໆຄື: ລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ຮັກສາຢູ່ໃນລະດັບສູງ, ເງິນເຟີ້ ໄດ້ຮັບການຄວບຄຸມ, ແຜນນະໂຍບາຍຖືເສດຖະກິດພາກເອກະຊົນ ແລະ ພັດທະນາເສດຖະກິດພາກເອກະຊົນເປັນເສົາຄ້ຳສຳຄັນ, ສັນຍາພັນທະບັດລັດຖະບານຈະໄດ້ນຳເຂົ້າແລກປ່ຽນຄ້າຂາຍ, ກອບນິຕິກຳສຳລັບຕະຫຼາດທຶນຮອນ - ຕະຫຼາດຫຼັກຊັບ ຈະສືບຕໍ່ໄດ້ປະຕິບັດສຳເລັດ… ນີ້ແມ່ນບັນດາເງື່ອນໄຂສະດວກໃຫ້ແກ່ການດຶງດູດການລົງທຶນ.

        ເຖິງວ່າ ມີຂອບຂະໜາດຈຳກັດ, ປະມານ 124 ຕື້ USD ກໍ່ຕາມ, ແຕ່ຕະຫຼາດທຶນ - ຕະຫຼາດຫຼັກຊັບ ຫວຽດນາມ ໄດ້ຮັບການຕີລາຄາວ່າ ພັດທະນາບຸກທະລຸ ແລະ ກຳລັງດຶງດູດນັບມື້ນັບເພີ່ມຂຶ້ນ. ປະຈຸບັນ, ມີກ່ວາ 1.867.000 ບັນຊີເງິນຝາກພົວພັນແລກປ່ຽນໄດ້ຖືກປະກາດ, ໃນນັ້ນມີກ່ວາ 21.000 ບັນຊີເງິນຝາກຂອງນັກລົງທຶນຕ່າງປະເທດ. ຖ້າຫາກວ່າ ປີ 2016, ມີການຖອນທຶນເລັກໜ້ອຍຂອງນັກລົງທຶນຕ່າງປະເທດໃນຕະຫຼາດຫຼັກຊັບ, ແຕ່ໃນປີ 2017 ນີ້, ນັກລົງທຶນໄດ້ຊື້ໃບຫຸ້ນ ແລະ ພັນທະບັດຫຼາຍພໍສົມຄວນໃນຕະຫຼາດຫຸ້ນ ແລະ ຕະຫຼາດພັນທະບັດ. ຍອດມູນຄ່າໃນບັນຊີລາຍຊື່ໂຄງການລົງທຶນໂດຍທາງອ້ອມຂອງນັກລົງທຶນຕ່າງປະເທດຮອດເດືອນ ຕຸລາ 2017 ເພີ່ມຂຶ້ນກ່ວາ 47% ເມື່ອທຽບໃສ່ທ້າຍປີ 2016. ນອກຈາກແຜນນະໂຍບາຍຂອງລັດຖະບານແລ້ວ, ຄວາມມານະພະຍາຍາມຫັນການເຄື່ອນໄຫວວິສາຫະກິດເປັນກະຈ່າງແຈ້ງ ຈະຊ່ວຍໃຫ້ຕະຫຼາດນີ້ເປັນປົກກະຕິ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ