ນັກກິລາ ໂງເຟືອງມາຍ ຄ້ວາໄດ້ຫຼຽນລາງວັນດວງທຳອິດໃຫ້ຄະນະນັກກິລາຫວຽດນາມ ໃນງານມະຫາກຳກິລາຊີເກມຄັ້ງທີ 31

(VOVWORLD) -ວັນທີ 8 ພຶດສະພານີ້, ນັກກິລາ ໂງເຟືອງມາຍ ໄດ້ກາຍເປັນນັກກິລາທີ່ໄດ້ນຳ ຫຼຽນລາງວັນດວງທຳອິດມາໃຫ້ຄະນະນັກກິລາຫວຽດນາມ ຢູ່ງານມະຫາກຳກິລາອາຊີຕາເວັນອອກສຽງໃຕ້ຄັ້ງທີ 31 (ຊີເກມ 31).
ນັກກິລາ ໂງເຟືອງມາຍ ຄ້ວາໄດ້ຫຼຽນລາງວັນດວງທຳອິດໃຫ້ຄະນະນັກກິລາຫວຽດນາມ ໃນງານມະຫາກຳກິລາຊີເກມຄັ້ງທີ 31 - ảnh 1ນັກກິລາ ໂງເຟືອງມາຍ ຕອບສຳພາດນັກຂ່າວ

      ນັກກິລາ ໂງເຟືອງມາຍ ຄ້ວາໄດ້ຫຼຽນທອງໃນການແຂ່ງຂັນກິລາປະເພດໂດດນ້ຳຍິງ (ຈັດຂຶ້ນຢູ່ໂຮງກິລາທາງນ້ຳ ສັງກັດເຂດກິລາປະສົມແຫ່ງຊາດມີ້ດິງ). ພາຍຫຼັງໂດດນ້ຳ 5 ຄັ້ງ, ໂງເຟືອງມາຍ ສາມາດຄວ້າໄດ້ 224 ຄະແນນ, ຢືນອັນດັບທີ 3 ຖັດຈາກນັກກີລາ 2 ຄົນຂອງຄະນະກິລາມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ