ນັກກິລາກ່ວາ2.300ຄົນເຂົ້າຮ່ວມວັນOlympic

ນັກກິລາກ່ວາ2.300ຄົນເຂົ້າຮ່ວມວັນOlympic - ảnh 1
ນັກກິລາກ່ວາ2.300ຄົນເຂົ້າຮ່ວມວັນOlympic
(ພາບປະກອບ)

(vovworld) - ວັນ​ທີ 22/6, ຢ່ສູນວັດທະນະທຳ ຖະ​ແຫຼ​ງຂ່າວ ​ແຂ​ວງ ​ເທ່ືອ​ທຽນ - ​ເຫ້ວ ​ໄດ້​ດຳ​ເນີນ​ວັນ Olympic ຫວຽດນາມ ປີ 2014 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 120 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ບວນການ Olympic ທັນ​ສະ​ໄໝ (23/6/1894 – 23/6/2014). ວັນ Olympic ຫວຽດນາມ ປີ 2014 ​ໄດ້​ຈັດ​ຕັ້ງ​ຢູ່ ​ເທື່ອ​ທຽນ - ​ເຫ້ວ ດ້ວຍ​ຈຸດໝາຍ “ມີ​ສຸຂະພາບ​​ແຂງ​ແຮງ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”, “​​ແຂງ​ແຮງ​ເພື່ອ​ປົ​ກປົກຮັກສາຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ​ເຂດ​ນ່ານທະ​ເລ​ທີ່​ສັກກະລະ​ບູຊາ​ຂອງ​ປະ​ເທດ​ຊາດ”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເວື​ອງບີ​ກຖັ໋ງ, ຫົວໜ້າ​ກົມ​ໃຫຍ່​ກິລາກາຍ​ຍະ​ກຳ, ຮອງ​ປະທານ​ຄະນະ​ກຳມະການ Olympic ​ເນັ້ນ​ໜັກ​ວ່າ: ວັນ Olympic ​ແມ່ນ​​ເຫດການ​ປະຈຳ​ປີ​ຂອງ​ໂລກ, ​ເພື່ອ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ປະ​ກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສ້າງ​ໂລກ​ແຫ່ງ​ສັນຕິພາບ, ວັດທະນາ​ຖາວອນ ​ແລະ ດີງາມ​ກ່ວາ ຮັບຮອງ​ເອົາ​ວຽກ​ງານ​ສຶກສາ​ໄວ​ໜຸ່ມ, ບົນ​ຈິດ​ໃຈ​ກິລາ​ບໍ່​ຈຳ​ແນ​ກຊົນ​ຊັ້ນ, ຜູ້​ຮັ່ງມີ - ທຸກ​ຍາກ​ໃນ​ຄວາມ​ສາມັກຄີ, ມິດຕະພາບ.  ພາຍຫຼັງ​ພິທີ​ໄຂ, ການ​ນຳ​ແຂວງ ​ເທື່ອ​ທຽນ -​ເຫ້ວ ​ແລະ ນັກ​ກິລາ​ກ່ວາ 2.300 ຄົນ​ພ້ອມ​ກັນ​ແລ່ນ​ຜ່ານ​ຖະໜົນ​ຕົ້ນ​ຕໍ່​ຂອງ​ນະຄອນເພື່ອ​ຕອບ​ສະໜອງ​ວັນ​ບຸນ​ນີ້.

 


ຂ່າວ/ບົດ​ອື່ນ