ນັກຂ່າວສາກົນມີຄວາມປະທັບໃຈຕໍ່ບັນດາອາຫານການກິນຂອງຫວຽດນາມ

(VOVWORLD) -        ມາຫວຽດນາມ ເພື່ອລາຍງານຂ່າວກ່ຽວກັບກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ, ບັນດານັກຂ່າວສາກົນໄດ້ຊິມບັນດາເຍື່ອງອາຫານໂດຍບໍ່ເສຍຄ່າ ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງເຂດພາກຕ່າງໆຢູ່ຫວຽດນາມ.
ນັກຂ່າວສາກົນມີຄວາມປະທັບໃຈຕໍ່ບັນດາອາຫານການກິນຂອງຫວຽດນາມ - ảnh 1(ນັກຂ່າວສາກົນມີຄວາມປະທັບໃຈຕໍ່ບັນດາອາຫານການກິນຂອງຫວຽດນາມ)

ໃນຄາບເຂົ້ານັ້ນມີເຍື່ອງອາຫານ 40 ເຍື່ອງ, ໃນນັ້ນມີເຍື່ອງອາຫານທີ່ເປັນມູນເຊື້ອ 9 ເຍື່ອງ ໂດຍບັນດາພໍ່ຄົວ, ແມ່ຄົວທີ່ມີຄວາມເກັ່ງກ້າສາມາດຂອງຫວຽດນາມ ປຸງແຕ່ງ. ທ່ານ ຫງວຽນກວັກຮຸ່ງ, ຮອງຜູ້ອຳນວຍການສູນກອງປະຊຸມແຫ່ງຊາດ, ຫົວໜ່ວຍຮັບຜິດຊອບສະໜອງບັນດາເຍື່ອງອາຫານ, ໃຫ້ຮູ້ວ່າ.

        “ການກະກຽມເລື່ອງກິນດື່ມໃຫ້ແກ່ນັກຂ່າວແມ່ນເນື້ອໃນສຳຄັນໃນວຽກງານຮັບປະກັນພະລາທິການ. ນີ້ແມ່ນສິ່ງທີ່ບັນດາການນຳລັດຖະບານ, ນະຄອນຮ່າໂນ້ຍ ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ. ໃນ Menu ກໍ່ໄດ້ກະກຽມດ້ວຍອາຫານຫຼາຍເຍື່ອງ, ໃນນັ້ນເນັ້ນໜັກເຖິງອາຫານຂອງຮ່າໂນ້ຍ, ກໍຄືບັນດາອາຫານເຊິ່ງເປັນສິ່ງຍອດຍິ່ງຂອງຫວຽດນາມ, ຕົວຢ່າງຄື: ເຝີ, ເຂົ້າປຸ້ນຢໍ, ບັນຄຸກ, ພິເສດແມ່ນມີ ກາເຟໄຂ່ ຢ໋າງ ເຊິ່ງເປັນເອກະລັກສະເພາະຂອງຮ່າໂນ້ຍ…”

        ນັກຂ່າວສາກົນສ່ວນຫຼາຍລ້ວນແຕ່ສະແດງຄວາມປະທັບໃຈກ່ຽວກັບອາຫານການກິນຂອງຫວຽດນາມ. ເອື້ອຍ Jung Rina, ນັກຂ່າວໜັງສືພິມອາຊີວັນນີ້, ແບ່ງປັນວ່າ.

        “ນ້ອງມັກກິນເຝີງົວທີ່ສຸດ, ຍ້ອນວ່າສຳລັບຊາວສ.ເກົາຫຼີ ແລ້ວ ອາຫານນີ້ແມ່ນຖືກໃຈ, ນ້ຳເຝີກໍ່ແຊບ. ນອກນັ້ນ, ນ້ອງຍັງມັກກິນເສັ້ນລ້ອນຄົວ, ເຂົ້າພັດ ແລະ ຕ້ອນເຊົ້າຍັງມີເຂົ້າໜຽວ, ບັນຄຸກ. ນ້ອງເຫັນວ່າ, ຫວຽດນາມ ໂຄສະນາການທ່ອງທ່ຽວຜ່ານຮູບແບບນີ້ແມ່ນມີປະສິດທິຜົນທີ່ສຸດ”.

        ເຂດກິນດື່ມສະຫງວນໃຫ້ແກ່ນັກຂ່າວໄດ້ເປີດປະຕູຕະຫຼອດ 24/24 ຊົ່ວໂມງ ໃນຊຸມມື້ຈັດກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ