ນັກຊ່ຽວຊານ IMF ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດເດັ່ນເສດຖະກິດທົ່ວໂລກໃນປີ 2023 ແລະ 2024

(VOVWORLD) - IMF ຫາກໍ່ດັດປັບການຄາດຄະເນການເຕີບໂຕຂອງ ຫວຽດນາມ ຕາມທິດທີ່ດີກວ່າເມື່ອທຽບໃສ່ແງ່ຫວັງກ່ອນໜ້ານັ້ນ.
ນັກຊ່ຽວຊານ IMF ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດເດັ່ນເສດຖະກິດທົ່ວໂລກໃນປີ 2023 ແລະ 2024 - ảnh 1ທ່ານ Daniel Leigh, ຫົວໜ້າພາກສ່ວນຄົ້ນຄວ້າເສດຖະກິດໂລກ
(ພາບ: TTXVN)

        ບັນດາປະເທດ ອາຊີ, ໃນນັ້ນມີ ຫວຽດນາມ, ແມ່ນບັນດາຈຸດເດັ່ນຂອງເສດຖະກິດໂລກໃນປີ 2023, ຍ້ອນນີ້ແມ່ນພາກພື້ນພວມພັດທະນາໄວພໍສົມຄວນເມື່ອທຽບໃສ່ສ່ວນທີ່ຍັງເຫຼືອຂອງໂລກ. ນີ້ແມ່ນການຕີລາຄາຂອງທ່ານ Daniel Leigh, ຫົວໜ້າພາກສ່ວນຄົ້ນຄວ້າເສດຖະກິດໂລກ, ຂຶ້ນກັບກົມຄົ້ນຄວ້າຂອງກອງທຶນເງິນຕາສາກົນ (IMF).

        ທ່ານ Daniel Leigh ໃຫ້ຮູ້ວ່າ IMF ຫາກໍ່ດັດປັບການຄາດຄະເນການເຕີບໂຕຂອງ ຫວຽດນາມ ຕາມທິດທີ່ດີກວ່າເມື່ອທຽບໃສ່ແງ່ຫວັງກ່ອນໜ້ານັ້ນ. ສາຍເຫດຍ້ອນສ່ວນໜຶ່ງຈາການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ແລະ ທ່າອ່ຽງຫັນທິດດ້ານການຄ້າ. ບາງບ້ວງເງິນລົງທຶນພວມຫັນໄປສູ່ ຫວຽດນາມ ແລະ ນີ້ກໍ່ແມ່ນກຳລັງໜູນທີ່ດີ. ທ່ານ Daniel Leigh ຖືວ່າ, ເຖິງວ່າລະດັບເຕີບໂຕຊັກຊ້າລົງກໍ່ຕາມ, ແຕ່ ຫວຽດນາມ ຍັງບັນລຸລະດັບເຕີບໂຕສູງ, ຄາດວ່າ 5,8% ໃນປີ 2023 ແລະ ຫຼັງຈາກນັ້ນແມ່ນ 6,9% ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ