ນັກ​ຊ່ຽວ​ຊານ ລັດ​ເຊຍ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ແມ່ນ​ພື້ນ​ຖານ​ຂອງ​ອິດ​ທິ​ພົນ​ຊື່​ສຽງ​ຫວຽດ​ນາມ

(VOVWORLD) - ພັກກອມມູນິດ ຫວຽດນາມ ໄດ້ກາຍເປັນປະຖົມປັດໄຈພັດທະນາ, ຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງບໍ່ພຽງແຕ່ໃຫ້ແກ່ ຫວຽດນາມ ເທົ່ານັ້ນ ຫາກຍັງໃຫ້ແກ່ທົ່ວພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໂລກເວົ້າລວມ.
ນັກ​ຊ່ຽວ​ຊານ ລັດ​ເຊຍ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ແມ່ນ​ພື້ນ​ຖານ​ຂອງ​ອິດ​ທິ​ພົນ​ຊື່​ສຽງ​ຫວຽດ​ນາມ - ảnh 1ທ່ານ Grigory Trofimchuk ປະທານສະພານັກຊ່ຽວຊານກອງຄົ້ນຄ້ວາວິທະຍາສາດ “ແນວຄິດ ອາຊີ - ເອີລົບ” ຂອງ ລັດເຊຍ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 - 03/02/2024), ທ່ານ Grigory Trofimchuk ປະທານສະພານັກຊ່ຽວຊານກອງຄົ້ນຄ້ວາວິທະຍາສາດ “ແນວຄິດ ອາຊີ - ເອີລົບ” ຂອງ ລັດເຊຍ ມີບົດຂຽນຍົກສູງບົດບາດຂອງພັກກອມມູນິດ ຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ.

ນັກຊ່ຽວຊານ Grigory Trofimchuk ຢັ້ງຢືນວ່າ ໃນໄລຍະບໍ່ຮອດ 100 ປີຜ່ານມາ ນັບແຕ່ເວລາສ້າງຕັ້ງແຕ່ປີ 1930, ພັກກອມມູນິດ ຫວຽດນາມ ໄດ້ກາຍເປັນປະຖົມປັດໄຈພັດທະນາ, ຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງບໍ່ພຽງແຕ່ໃຫ້ແກ່ ຫວຽດນາມ ເທົ່ານັ້ນ ຫາກຍັງໃຫ້ແກ່ທົ່ວພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໂລກເວົ້າລວມ. ປັດຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດນຳໜ້າ ດ້ວຍສີສັນພິເສດ ແລະ ຄວາມຢຶດໝັ້ນທີ່ເປັນເອກະລັກສະເພາະ ໃນການປະຕິບັດບັນດາແຜນການຂອງຕົນ. ນີ້ແມ່ນສາຍເຫດ ເຮັດໃຫ້ພັກກອມມູນິດ ຫວຽດນາມ ພົ້ນເດັ່ນຂຶ້ນໃນສະພາບການລວມ, ນັບທັງໃນບັນດາລະບົບສັງຄົມນິຍົມ.

ທ່ານ Grigory Trofimchuk ຍັງເນັ້ນໜັກວ່າ ການເມືອງ ແລະ ການທູດແມ່ນພື້ນຖານເພື່ອໃຫ້ຫວຽດນາມ ກ້າວເດີນທາງໜ້າ, ເປັນປັດໄຈຕັດສິນເຖິງພື້ນຖານເສດຖະກິດ ແລະ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ, ສະພາບການເມືອງ ຢູ່ ຫວຽດນາມ ສືບຕໍ່ສະຖຽນລະພາບ, ໂດຍບໍ່ຫົວຊາຕໍ່ສະພາບການ ທີ່ນັບມື້ນັບ ຂາດສະຖຽນລະພາບໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ