ນັກຊ່ຽວຊານArgentinaຍ້ອງຍໍສັນລະເສີນຜົນງານດ້ານເສດຖະກິດຫວຽດນາມ
(ພາບປະກອບ: An Hiếu/TTXVN)
(vovworld) - ຕໍ່ໜ້າບັນດາຜົນງານດ້ານເສດຖະກິດເຊິ່ງ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ, ວັນທີ 14/4, ທ່ານ Ezequiel Ramoneda, ຜູ້ປະສານງານສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ La Plata ຂອງ Argentina, ຕີລາສູງການພັດທະນາເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງ ຫວຽດນາມ. ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມ BBC ພາສາແອດສະປາຍ ຈຳໜ່າຍຢູ່ ອາເມລິກາລາຕີນ, ທ່ານ Ramoneda ເນັ້ນໜັກວ່າ: ປີ 2014, ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກໃຫຍ່ທີ່ສຸດຂອງສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄປຍັງ ອາເມລິກາ, ນຳໜ້າບັນດາປະເທດອື່ນໆຢູ່ພາກພື້ນຄື: ໄທ, ມາເລເຊຍ ແລະ ຟີລິບຟີນ. ທ່ານ Ramoneda ໃຫ້ຂໍ້ສັງເກດວ່າ: ໜຶ່ງໃນບັນດາສາຍເຫດທີ່ພາໃຫ້ ຫວຽດນາມ ກາຍເປັນຈຸດສຸມທີ່ດຶງດູດການລົງທຶນຈາກບັນດາປະເທດຄື: ອາເມລິກາ, ຍີ່ປຸ່ນ ຫຼື ຈີນ ແມ່ນເລື່ອງເປີດປະຕູພື້ນຖານເສດຖະກິດພ້ອມກັບບັນດານະໂຍບາຍແຫ່ງລັດທີ່ມີແຜນການຍາວນານ.