ນັກຊ່ຽວຊານມະຫາວິທະຍາໄລແຫ່ງຊາດ ສິງກະໂປ: ການພົວພັນ ຫວຽດນາມ-ສິງກະໂປ ຕິດພັນອາຊຽນ
(VOVWORLD) -ທ່ານສາດສະດາຈານ Bilveer Singh, ພະແນກວິທະຍາສາດການເມືອງ, ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕີລາຄາການຢ້ຽມຢາມປັບປຸງການພົວພັນລະຫວ່າງສອງລັດຖະບານ ແລະ ສອງປະເທດ.
ທ່ານສາດສະດາຈານ Bilveer Singh, ພະແນກວິທະຍາສາດການເມືອງ, ມະຫາວິທະຍາໄລແຫ່ງຊາດ ສິງກະໂປ (ພາບ: TTXVN) |
ເມື່ອຕອບຄຳສຳພາດ ຂອງນັກຂ່າວ ຈາກສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ຈະຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ ແຕ່ວັນທີ 8 ເຖິງ 10 ກຸມພາ, ທ່ານສາດສະດາຈານ Bilveer Singh, ພະແນກວິທະຍາສາດການເມືອງ, ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕີລາຄາການຢ້ຽມຢາມປັບປຸງການພົວພັນລະຫວ່າງສອງລັດຖະບານ ແລະ ສອງປະເທດ; ຈາກນັ້ນ, ເພີ່ມທະວີການຮ່ວມມືພາກພື້ນໃນຂອບເຂດ ອາຊຽນ ແລະ ອາຊຽນ+. ທ່ານສາດສະດາຈານ Bilveer Singh ໄດ້ເນັ້ນໜັກການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ ແມ່ນການພົວພັນພິເສດໜຶ່ງ, ເຊິ່ງສອງປະເທດກຳລັງໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ຕ້ອງເຮັດຫຼາຍຂຶ້ນກວ່າເກົ່າເພື່ອກາຍເປັນກາວຕິດພັນ ອາຊຽນ.
ກ່ຽວກັບແງ່ຫວັງການຮ່ວມມືໃນຂົງເຂດປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ, ທ່ານສາດສະດາຈານ Bilveer Singh ກ່າວວ່າ ສອງປະເທດຕ້ອງຍູ້ແຮງການຮ່ວມມືລະຫວ່າງກອງທັບເຮືອ, ກອງທັບບົກ, ກອງທັບອາກາດ, ກຳລັງປ້ອງກັນພົນລະເຮືອນ. ນອກຈາກນີ້, ສອງປະເທດກໍ່ຕ້ອງຍູ້ແຮງບັນດາການແລກປ່ຽນ ນາຍທະຫານສອງປະເທດ ມາສຶກສາຮ່ຳຮຽນ; ຮ່ວມມືກ່ຽວກັບການຜະລິດອາວຸດ. ທ່ານສາດສະດາຈານ Bilveer Singh ຕັ້ງຄວາມຫວັງວ່າ ສິງກະໂປ ແລະ ຫວຽດນາມ ຈະພ້ອມກັນນຳພາ ອາຊຽນ ເພື່ອປະຊາຄົມພັດທະນາຖາວອນ.