ນັກທຸລະກິດຍິງ ຫວຽດນາມ ເຕີບໂຕ ແລະ ເຊື່ອມໂຍງ

ນັກທຸລະກິດຍິງ ຫວຽດນາມ ເຕີບໂຕ ແລະ ເຊື່ອມໂຍງ - ảnh 1
(ພາບປະກອບ)

(vovworld) - ນັກທຸລະກິດ​ຍິງ​ຫວຽດນາມ ເຕີບ​ໂຕ ​ແລະ ​ເຊື່ອມ​ໂຍງ ​ແມ່ນ​ຫົວ​ຂໍ້​ຂອ​ງກອງ​ປະຊຸມ​ສຳ​ມະ​ນາ​ເຊິ່ງຈັດ​ຂັນ​ໃນ​ຕອນ​ເຊົ້າ​ວັນ​ທີ 02/03 ຢູ່​ແຂວງ ຟຸທ້ໍ, ​ໂດຍ​ສະຫະພັນ​ແມ່​ຍິງຫວຽດນາມ ຈັດ​ຕັ້ງ.

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ໄຈ້​ແຍກ​ບັນດາ​ສິ່ງ​ທ້າທາຍ​​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ເຊິ່ງນັກທຸລະກິດ​ຍິງ​ຕ້ອງປະ​ເຊີນ​ໜ້າ, ຈາກ​ນັ້ນ​ແບ່ງປັນ​ບັນດາ​ບົດຮຽນ​ເພື່ອ​ຊຸກຍູ້ວິ​ສາ​ຫະກິດເປີດ​ກວ້າງ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​. ຜູ້​ແທນ​ຫຼາຍ​ຄົນຖື​ວ່າ ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​​ໂດຍ​ແມ່ຍິງ​ເປັນ​ເຈົ້າ​ຂອງ ​ແມ່ນສາມາດ​ຊຸກຍູ້​​ໄດ້ໃນ​ສະພາບ​ເຊື່ອມ​ໂຍງ, ຫັນ​ເປັນ​ສາກົນປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງທ້າທາຍ​ຫຼາຍ​ຢ່າງ​ຄື​ປະຈຸ​ບັນ. ​ໃນ​ນັ້ນ​ແຕ່​ລະວິ​ສາ​ຫະກິດ​ຕ້ອງ​ມີ​ຍຸດ​ທະ​ສາດ​ດຳ​ເນິນ​ທຸ​ລະ​ກິດ​ຢ່າງ​ຈະ​ແຈ້ງ, ຮັບ​ຮູ້ໄດ້​ຄວາມ​ສ່ຽງ ​ແລະ ທີ່​ຕັ້ງ​ຂອງ​ວິ​ສາ​ຫະກິດ​ໃນ​ສະພາບ​ເສດຖະກິດ​ການ​ຕະຫຼາດ​ທ້ອງ​ຖິ່ນ, ​ເຂດ ຈາກ​ນັ້ນ​ວາງ​ອອກ​ຄາດໝາຍ​ໃຫ້​ວິ​ສາ​ຫະກິດ. ພິ​ເສດ​​ຄວນ​ຍູ້​ແຮງ​ຮູບ​ແບບ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ນັກທຸລະກິດ​ຍິງ, ​ແມ່ຍິງ​ຜະລິດ, ​ເຮັດການ​ບໍລິການ​ຢູ່​ທ້ອງ​ຖິ່ນ ຫຼື ກັບ​ບັນດາ​ເຂດ​ພາກ​ອື່ນໆ.

ຂ່າວ/ບົດ​ອື່ນ