ນັກບິນຍິງເຊື້ອຊາດ ຫວຽດນາມ ຄົນອຳອິດຈະບິນຂຶ້ນອະວະກາດ - ໂອກາດເພື່ອໂຄສະນາພາບພົດແມ່ຍິງ ຫວຽດນາມ

(VOVWORLD) - ເຫດການນີ້ຈະປະກອບສ່ວນຢືນຢັນຄຸນຄ່າ, ກຳລັງຄວາມສາມາດ ແລະ ແຜ່ຂະຫຍາຍພາບພົດຂອງແມ່ຍິງ ຫວຽດນາມ.
ນັກບິນຍິງເຊື້ອຊາດ ຫວຽດນາມ ຄົນອຳອິດຈະບິນຂຶ້ນອະວະກາດ - ໂອກາດເພື່ອໂຄສະນາພາບພົດແມ່ຍິງ ຫວຽດນາມ - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຕ້ອນຮັບນາງ Amanda ຫງວຽນ)

       ວັນທີ 05 ກັນຍາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ດັ້ງຮ່ວາງຢາງ ໄດ້ຕ້ອນຮັບນາງ Amanda ຫງວຽນ, ແມ່ຍິງເຊື້ອຊາດ ຫວຽດນາມ ຄົນທຳອິດຈະບິນຂຶ້ນຫ່ວງອະວະກາດໃນຍານອະວະກາດ New Shepard ຂອງ Blue Origin, ຄາດວ່າຈະບິນໃນກາງປີ 2025.

        ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ອວຍພອນນາງ Amanda ຫງວຽນ ທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມເຫດການ ແລະ ເນັ້ນໜັກວ່າ, ເຫດການນີ້ຈະປະກອບສ່ວນຢືນຢັນຄຸນຄ່າ, ກຳລັງຄວາມສາມາດ ແລະ ແຜ່ຂະຫຍາຍພາບພົດຂອງແມ່ຍິງ ຫວຽດນາມ. ທ່ານຢືນຢັນວ່າ, ລັດ ຫວຽດນາມ ມີຄວາມເອົາໃຈໃສ່ທີ່ສຸດເຖິງວຽກງານຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໃຫ້ບຸລິມະສິດສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ແມ່ຍິງສາມາດເສີມຂະຫຍາຍບົດບາດ ແລະ ການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຕັ້ງໜ້າເຂົ້າຮ່ວມຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນຂົງເຂດນີ້. ເນື່ອງໃນໂອກາດນີ້, ທ່ານ ດັ້ງຮ່ວາງຢາງ ປາດຖະໜາວ່າ, ນາງ Amanda ຫງວຽນ ຈະສືບຕໍ່ສະໜິດຕິດພັນ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ ຫວຽດນາມ, ປະກອບສ່ວນປັບປຸງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ, ເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ນາງ Amanda ຫງວຽນ (ເກີດປີ 1991, ຢູ່ ອາເມລິກາ), ແມ່ນແມ່ຍິງເຊື້ອຊາດ ຫວຽດນາມ ຄົນທຳອິດທີ່ບິນຂຶ້ນອະວະກາດ ຕາມໂຄງການ Space for Humanity ຄາດວ່າໃນລະດູແລ້ງປີ 2025. ນາງຍັງແມ່ນນັກເຄື່ອນໄຫວທີ່ຕັ້ງໜ້າໃນການຕໍ່ສູ້, ຕ້ານການຈຳແນກການປະພຶດ ແລະ ການທຳຮ້າຍກະທຳຊຳເລົາຢູ່ ອາເມລິກາ. ນາງໄດ້ສະເໜີຮັບລາງວັນ Nobel ສັນຕິພາບປີ 2019 ແລະ ໄດ້ຮັບການເຊີດຊູຈາກວາລະສານ Time ວ່າແມ່ນໜຶ່ງໃນບັນດາແມ່ຍິງຂອງປີ 2022 ແລະ ຫຼາຍລາງວັນອື່ນໆອີກ…

ຕອບກັບ

ຂ່າວ/ບົດ​ອື່ນ