ນັກລາຍງານພິເສດຂອງສະຫະປະຊາຊາດກ່ຽວກັບຄວາມເສລີໃນການເຫຼື້ອມໃສສາສະໜາ ຢ້ຽມຢາມຫວຽດນາມ
(ນັກລາຍງານພິເສດຂອງສະຫະປະຊາຊາດ
ກ່ຽວກັບຄວາມເສລີໃນການເຫຼື້ອມໃສສາສະໜາ)
(vovworld) – ນັກລາຍງານພິເສດຂອງສະຫະປະຊາຊາດກ່ຽວກັບຄວາມເສລີໃນການເຫຼື້ອມໃສສາສະໜາ ທ່ານ Heiner Bielefeldt ຫາກໍ່ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 21 – 31/07. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາກົນໄກຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດ. ແຕ່ປີ 2010 ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບ 6 “ລະບຽບການພິເສດ” ຂອງສະຫະປະຊາຊາດ, ສະແດງໃຫ້ເຫັນທ່າທີເຂັ້ມງວດຂອງຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາສາກົນ ເມື່ອສະໝັກຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ແລະ ບັນດາຂໍ້ສະເໜີເຊິ່ງຫວຽດນາມ ໄດ້ເຫັນດີຕາມກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ.