ນັກວິທະຍາສາດອັງກິດ ແລະ ຍີ່ປຸ່ນ ຮັບລາງວັນ Nobel ແພດສາດປີ 2012

ນັກວິທະຍາສາດອັງກິດ ແລະ ຍີ່ປຸ່ນ ຮັບລາງວັນ Nobel ແພດສາດປີ 2012 - ảnh 1

ນັກວິທະຍາສາດ​​ອັງກິດ John Gurdon  ​

ແລະ ນັກວິທະຍາສາດ​ຍີ່ປຸ່ນ Shinya Yamanaka

(ພາບ: baodongnai.com.vn)

(TTX)-      ວັນ​ທີ 8/10, ຄະນະ​ກຳມະການ​ລາງວັນ Nobel ຢູ່​ນະຄອນຫຼວງ Stockholm ປະ​ເທດ​ຊູ​ແອດ ​ໄດ້​ປະກາດ​ລາງວັນ Nobel ​ແພດສາດ​ປີ 2012 ຊື່​ງ​ເປັນ​ການ​ເປີດ​ສາກ​ໃຫ້​ແກ່​ການ​ມອບ​ລາງວັນ​ທີ່​ມີ​ກຽດ​ນີ້​ໃນ​ບັນດາ​ຂົງ​ເຂດຟີ​ຊິກ​ສາດ, ​ເຄມີ, ວັນນະຄະດີ, ​ເສດຖະກິດ ​ແລະ ສັນຕິພາບ. ຕາມ​ໝາກຜົນ​ການ​ຄັດ​ເລືອກຂອງສະພາກ​ວດສອບ​ແລ້ວ, ລາງວັນ Nobel ​ແພດສາດ​ປີນີ້​ໄດ້​ມອບ​ໃຫ້​ນັກວິທະຍາສາດ​​ອັງກິດ John Gurdon  ​ແລະ ນັກວິທະຍາສາດ​ຍີ່ປຸ່ນ Shinya Yamanaka ດ້ວຍ​ກິດຈະກຳ​ຄົ້ນຄ້ວາ​ທີ່​ມີ​ລັກສະນະ​ບຸກທະລຸ​. ນີ້​ຖືກ​ຖື​ວ່າ​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ການ​ປະຕິວັດ​ແພດສາດ ​ເພື່ອ​ແນ​ໃສ່​ຊ່ວຍ​​ໃຫ້​ມວນ​ມະນຸດ​ເຂົ້າ​ໃຈ​ແຈ້ງ​ກ່ວາກ່ຽວ​ກັບ​ກົນ​ໄກ​ພັດທະນາ​ຂອງ​ຈຸ​ລັງ ​ແລະ ສັດສາ​ວະ​ສິ່ງ. ນັກວິທະຍາສາດ​ສອງ​ທ່ານ​ດັ່ງກ່າວ​ຈະໄດ້​ຮັບ​ລາງວັນ​ທີ່​ມີ​ມູນ​ຄ່າ 1,2 ລ້ານ​ໂດ​ລາ​ສະຫະລັດທີ່​ພິທີ​ມອບ​ລາງວັນ​ທາງ​ການ​ເຊິ່ງຈັດ​ຂຶ້ນ​ຢູ່ Stockholm ​ໃນ​ວັນ​ທີ 10/12 ຈະມາ​ເຖິງ​ເນື່ອງ​ໃນ​ໂອກາດ​ລະນຶກ​ວັນ​​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ Alfred Nobel ຜູ້​ກໍ່ຕັ້ງລາງວັນ Nobel.

 

 

 

ຂ່າວ/ບົດ​ອື່ນ