ນັກສຶກສາ ຫວຽດນາມ ຢູ່ລາຊະອານາຈັກ ອັງກິດ ໂຄສະນາເຜີຍແຜ່ວັດທະນະທຳຂອງຊາດ

ນັກສຶກສາ ຫວຽດນາມ ຢູ່ລາຊະອານາຈັກ ອັງກິດ ໂຄສະນາເຜີຍແຜ່ວັດທະນະທຳຂອງຊາດ - ảnh 1
ລາຍການສະແດງຊຸດເຊື້ອຍາວຂອງນັກສຶກສາ
(ພາບ: Phan Hiền/Vietnam+)

(vovworld) - ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ບັນດາ​ມຸນ​ຄ່າ​ດ້ານວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ, ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່​ນະຄອນ Bath, ລາຊະ​ອານາ​ຈັກ ອັງກິດ, ​ເອີ້ນ​ຫຍໍ້​ວ່າ VietBathSoc, ຫາ​ກໍ່​ຈັດ​ຕັ້ງ​ລາຍການ​ທີ່​ມີ​ຊື່ວ່າ: VietTet Show ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ເພື່ອນ​ມິດ​ອັງກິດ ​ແລະ ສາກົນເປັນ​ຈຳນວນ​ຫຼວງ​ຫຼາຍ​. ​ເມື່ອ​ເຂົ້າ​ຮ່ວມ​ລາຍການ, ຜູ້​ຊົມ​ມີ​ກາລະ​ໂອກາດ​ຄົ້ນ​ຫາ​ຄວາມ​ງາມ​ມະຫັດສະຈັນ​ຂອງ​ຊຸດ​ເຊື້ອ​ຍາວ ຫວຽດນາ​ມ, ​ໄດ້​ຮັບ​ຊົມ​ກຸບ ຫວຽດນາມ, ​ກໍ່​ຄືໄດ້​ຊອກ​ຫາ​ປະຫວັດສາດ ຫວຽດນາມ ຜ່ານ​ບົດ​ລະຄອນ “​ເລື່ອງ​ລາວ​ກ່ຽວ​ກັບ​ເຂົ້າ​ຕົ້ມ, ​ເຂົ້າໜົມ​ໄຢ”. ພ້ອມ​ກັບ​ບັນດາ​ລາຍການ​ໂຄສະນາ​ວັດທະນະທຳ ຫວຽດນາມ ​ແມ່ນ​ບັນດາ​ບົດ​​ເພງ​ຍ້ອງຍໍ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ.​.​​. ພາຍ​ຫຼັງ​ລາຍການ​ສະ​ແດງ​ສິລະ​ປະ, ທຸກ​ຄົນ​ໄດ້​ພ້ອມ​ກັນ​ຮັບ​ປະທານ​ອາຫານ​​ຫຼາຍ​ເຍື່ອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ຫວຽດນາມ. VietTet Show ປີ​ນີ້​ໄດ້​ຈັດ​ຂຶນ​ຢູ່​ມະຫາວິທະຍາ​ໄລ Bath ​ແລະ ນີ້​ແມ່ນ​ເຫດການ​ມ​ີຂອບ​ຂະໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ເມື່ອ VietBathSoc ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນກ່ອນ​ນີ້ 4 ປີ.

ຂ່າວ/ບົດ​ອື່ນ