ນັກສຶກສາ4.000ຄົນເຂົ້າຮ່ວມການເດີນທາງດ້ວຍລົດຖີບ“ມຸ່ງໄປສູ່ໄຊງ່ອນ”
ພາບປະກອບ
|
(vovworld) – ຄາດວ່າ, ລາຍການການເດີນທາງດ້ວຍລົດຖີບ ຈະໄດ້ຮັບການຈັດຕັ້ງໃນວັນທີ 18 – 19/4, ເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ. ມີນັກຮຽນ, ນັກສຶກສາ 4.000 ຄົນເຂົ້າຮ່ວມ ແລະ ວາດພາບເສັ້ນທາງບຸກເຂົ້າໄຊງ່ອນ 5 ສາຍຂອງທະຫານຫຼັກແຫຼ່ງ ຈາກທິດເໜືອ, ທິດຕາເວັນຕົກສ່ຽງເໜືອ, ຕາເວັນອອກສ່ຽງເໜືອ, ຕາເວັນຕົກສ່ຽງໃຕ້, ຕາເວັນອອກສ່ຽງໃຕ້. ພາຍຫຼັງເດີນທາງເຂົ້າຮອດໃຈກາງນະຄອນ, ບັນດາສະມາຊິກຈະສືບຕໍ່ໄປລຽບຕາມຄອງເໝືອງ ຍຽວໂລກ - ທິແງ່ ເພື່ອໂຄສະນາເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ໃນຕະຫຼອດລາຍການນີ້, ນັກສຶກສາເຂົ້າຮ່ວມລາຍການຈະພົວພັນແລກປ່ຽນກັບບັນດາຕົວພະຍານຫຼັກຖານປະຫວັດສາດເພື່ອເຂົ້າໃຈກ່ຽວກັບມູນເຊື້ອແຫ່ງການປະຕິວັດ, ມູນເຊື້ອຮັກຊາດກ່ວາອີກ.
ກໍ່ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈະຈັດຕັ້ງການເຄື່ອນໄຫວຕ່າງໆຄື: ງານວາງສະແດງຮູບຖ່າຍ ແລະ ຮູບຈຳລອງກ່ຽວກັບໄຊຊະນະໃນລະດູບານໃໝ່ປີ 1975 - ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດສະໄໝ ໂຮ່ຈີມິນ, ການໂອ້ລົມສົນທະນາ “ບົດບາດຂອງຊາວໜຸ່ມນະຄອນໃນພາລະກິດສ້າງສາ ແລະ ພັດທະນານະຄອນ”, ງານພົບປະແລກປ່ຽນລະຫວ່າງບັນດານັກຮົບເກົ່າ ທີ່ເຄີຍເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ ໂດຍກົງ, ງານວາງສະແດງຮູບຖ່າຍ “ລຸງໂຮ່ - ຜູ້ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ໄຊຊະນະ”.