(vovworld)-ດ້ວຍຫົວຂໍ້ “ປະສົບການຂອງຂ້າພະເຈົ້າຢູ່ ຍີ່ປຸ່ນ”, ນັກຄົ້ນຄ້ວາ ຫງວຽນທິງອກງ່າ ແມ່ນຜູ້ເຝິກງານຢູ່ບໍລິສັດຫຸ້ນສ່ວນ Tamasu ຍາດໄດ້ຄະແນນສູງສຸດ ຖືກຈັດອັນດັບຫນຶ່ງໃນການເສັງບັນລະຍາຍດ້ວຍພາສາ ຍີ່ປຸ່ນ ຄັ້ງທີ 6 ທີ່ສະຫງວນໃຫ້ແກ່ນັກສຶກສານັກຄົ້ນຄ້ວາ ຫວຽດນາມ ຢູ່ ເຂດ Kanto ຂອງຍີ່ປຸ່ນ. ການເສັງບັນລະຍາຍດ້ວຍພາສາຍີ່ປຸ່ນ ຄັ້ງທີ 6 ດຳເນີນໃນວັນທີ 25/7 ໄດ້ສ້າງຄວາມແປກປະຫລາດຫລາຍຢ່າງໃຫ້ຜູ້ເຂົ້າຮ່ວມການເສັງກ່ຽວກັບລະດັບດ້ານພາສາ ຍີ່ປຸ່ນ. ການເສັງ ດັ່ງກ່າວໂດຍສະມາພັນອຸດສາຫະກຳສື່ສານເຂດ Kanto ຈັດຕັ້ງຂຶ້ນ ໂດຍມີການເຂົ້າຮ່ວມຂອງ ນັກສຶກສານັກຄົ້ນຄ້ວາ 100 ກວ່າຄົນທີ່ມາຈາກ ບັນດາບໍລິສັດຂອງຍີ່ປຸ່ນ ຢູ່ເຂດ Kanto.