ນັກສຶກ​ສາ​ຫວຽດນາມ ຢູ່ ລັດ​ເຊຍ ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບິ​ກບານ​ມ່ວນ​ຊືນ

(VOVWORLD) -ຕອນບ່າຍວັນທີ 28 ມັງກອນ, ຢູ່ນະຄອນຫຼວງມົດສະກູ, ໄດ້ດໍາເນີນລາຍການສະແດງສິລະປະ ດ້ວຍຫົວຂໍ້ “ບຸນເຕັດ 2020 - ລະດູບານໃໝ່ແຫ່ງຄວາມຊົງຈໍາ”. 
ນັກສຶກ​ສາ​ຫວຽດນາມ ຢູ່ ລັດ​ເຊຍ ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບິ​ກບານ​ມ່ວນ​ຊືນ - ảnh 1ນັກສຶກສາຫວຽດນາມ ມອບຂອງຂວັນບຸນເຕັດ ໃຫ້ແກ່ຜູ້ແທນເຂົ້າຮ່ວມລາຍການ (ພາບ: TTXVN)

        ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ສະມາຄົມນັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນຢູ່ ສະຫະພັນ ລັດເຊຍ ໄດ້ພ້ອມກັນຕ້ອນຮັບບຸນປີໃໝ່ປະຈໍາຊາດຢ່າງເບີກບານມ່ວນຊືນເທົ່ານັ້ນ, ຫາກຍັງແມ່ນໂອກາດແນະນໍາບັນດາຄວາມງາມທາງດ້ານວັດທະນະທໍາທີ່ເປັນມູນເຊື້ອຂອງຫວຽດນາມ ເຖິງເພື່ອນມິດສາກົນ. ອາຈານ Natalia Tatarina - ຫົວໜ້າພະແນກບໍາລຸງກໍສ້າງກຽມພາສາ ສະຖາບັນພາສາລັດເຊຍ, ແບ່ງປັນວ່າ:

        “ຂ້າພະເຈົ້າຮູ້ສຶກຄືດັ່ງຕົນເອງໄດ້ກັບຄືນສູ່ຄາວເຍົາໄວ ຕ້ອນຮັບບຸນປີໃໝ່. ນັກສຶກສາກໍໄດ້ແນະນໍາບັນດາເຄື່ອງຂອງທີ່ໄດ້ວາງສະແດງຢ່າງຈັບອົກຈັບໃຈ, ເປັນຕົ້ນແມ່ນ ການສະແດງລະຄອນສັ້ນ ມີຫົວຂໍ້: “ບຸນເຕັດຂອງໜຶ່ງຮ້ອຍປີກ່ອນ ແລະ ບຸນເຕັດໃນວັນນີ້”. ຂ້າພະເຈົ້າມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຮູ້ວ່າ ຢູ່ຫວຽດນາມ ໄດ້ອະນຸລັກຮັກສາບັນດາມູນເຊື້ອຂອງຊາດເປັນຄືແນວໃດ”.

        ນີ້ແມ່ນຄັ້ງທີ 3 ເຊິ່ງລາຍການສະແດງສິລະປະ, ແລກປ່ຽນວັດທະນະທໍາ ສໍາລັບນັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນຢູ່ ມົດສະກູ ເວົ້າສະເພາະ ແລະ ສະຫະພັນລັດເຊຍ ເວົ້າລວມ ໄດ້ຮັບການຈັດຕັ້ງຂຶ້ນຢູ່ ສູນພາສາລັດເຊຍ ແຫ່ງຊາດ A.X. Pushkin.

ແອັງຕູ໊ - ນັກຂ່າວ ວິທະຍຸກະຈາຍສຽງຫວຽໜດນາມ ປະຈໍາ ມົດສະກູ

ຕອບກັບ

ຂ່າວ/ບົດ​ອື່ນ