ນັກສິລະປິນຖ່າຍຮູບ, ນັກຂ່າວອາເມລິກາ ຈັດງານວາງສະແດງພາບຖ່າຍກ່ຽວກັບຫວຽດນາມ

ນັກສິລະປິນຖ່າຍຮູບ, ນັກຂ່າວອາເມລິກາ ຈັດງານວາງສະແດງພາບຖ່າຍກ່ຽວກັບຫວຽດນາມ - ảnh 1
(ນັກສິລະ​ປິນຖ່າຍຮູບອາ​ເມ​ລິ​ກາ Catherine Karnow)

​(vovworld) – ງານ​ວາງສະ​ແດງ “ຫວຽດນາມ 25 ປີ​ແຫ່ງ​ປະ​ເທດ​ໜຶ່ງພວມ​ມີ​ການ​ປ່ຽນ​ແປ່ງ” ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 10/04, ຢູ່​ຫ້ອງ​ວາງສະ​ແດງ​ພາບ​ຖ່າຍ Art Vietnam,  ທີ່​ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ແມ່ນ​ໄລຍະ​ທາງ 25 ປີທີ່ຕິ​ດພັນ​ກັບ​ຫວຽດນາມ ຂອງ​ນັກສິລະ​ປິນຖ່າຍຮູບອາ​ເມ​ລິ​ກາ Catherine Karnow, ​ໄດ້​ຮັບ​ການຈັດ​ຕັ້ງ ​ເນື່ອງ​ໃນ​ໂອກາດສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ເປັນ​ປົກກະຕິ ​ແລະ 40 ປີ​ແຫ່ງ​ວັດ​ປົດ​ປ່ອຍ​ພາຫ​ໃຕ້​ຢ່າງ​ສົມບູນ ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ບັນດາ​ພາບ​ຖ່າຍ​ຂອງ Catherine Karnow ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ແລະ ​ເລື່ອງ​ລາວ​ກ່ຽວ​ກັບນ້ຳ​ໃຈ​ຂອງເພື່ອນ​ມິດ, ສາຍ​ສຳພັນ​ລະຫວ່າງ​ນັກ​ສິລະ​ປິນກັບ​ຜູ້​ຖືກ​ຖ່າຍ, ​ເຫດການ​ໃນ​ພາບ​ຖ່າຍ. ງານ​ວາງສະ​ແດງ​ໄດ້​ແບ່ງ​ເປັນ​ບັນດາ​​ໄລຍະ​ເວລາ​ຄື: ຊຸມ​ປີ​ຕົ້ນ​ສະ​ຕະ​ວັດ​ທີ 90; ພົນ​ເອກ ຫວໍ​ງວຽນ​ຢາ​ບ; ​ເດັກນ້ອຍ​ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ​ ​ແລະ ກ່ຽວ​ກັບ​ຫວຽດນາມ ​ໃນ​ປະຈຸ​ບັນ. ງານ​ວາງສະ​ແດງ​​ໄດ້​ເປີດ​ປະຕູ​ຮອດ​ວັນ​ທີ 08/05 ຈຶ່ງຈະ​ອັດ​ລົງ.
ຂ່າວ/ບົດ​ອື່ນ