(ພາບປະກອບ: TTXVN)
(vovworld) - ກຸ່ມບໍລິສັດເຕັກໂນໂລຢີ ຂໍ້ມູນຂ່າວສານທົ່ວໂລກ IBM ຫາກໍ່ປະກາດເລີ່ມປະຕິບັດບັນດາໂຄງການຮ່ວມມືລະຫວ່າງຄະນະນັກອາສາສະໝັກສາກົນຂອງ IBM (IB Corporate Service Corps –CSC) ແລະ ແຂວງ ບີ່ງເຢືອງ ຢ່າງເປັນທາງການ ເພື່ອແນໃສ່ຍູ້ໄວວິວັດການຜັນຂະຫຍາຍວິໄສທັດ “ນະຄອນສະຫຼາດກ່ວາ” ແຕ່ນີ້ຮອດປີ 2020 ຂອງແຂວງ. ຕາມນັ້ນແລ້ວ, ຄະນະນັກອາສາສະໝັກສາກົນຂອງ IBM CSC ດ້ວຍນັກຊ່ຽວຊານ 14 ທ່ານທີ່ມາຈາກ 9 ປະເທດຂຶ້ນກັບທະວີບ ອາຊີ, ອາເມລິກາ, ເອີລົບ ແລະ ອາບຟຣີກາ ຈະສະໜອງບັນດາການບໍລິການໃຫ້ຄຳປຶກສາໂດຍບໍ່ເສຍຄ່າໃຫ້ພະແນກຖະແຫຼງການ ແລະ ສື່ສານ, ສູນເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ໂຄສະນາ, ສູນເຕັກນິກວັດແທກຄຸນນະພາບ (ຂຶ້ນກັບພະແນກວິທະຍາສາດ ແລະ ເຕັກໂນໂລຢີ) ແລະ ມະຫາວິທະຍາໄລ ຖູເຢົ່າໂໝດ. ລະອຽດຄື, ຢູ່ພະແນກຖະແຫຼງການຂ່າວ ແລະ ສື່ສານແຂວງ ບີ່ງເຢືອງ, ຄະນະນັກອາສາສະໝັກສາກົນຈະໜູນຊ່ວຍໂຄງການ “ສ້າງລະບົບຄຸ້ມຄອງຂໍ້ມູນຂ່າວສານ”, ເພື່ອແນໃສ່ສ້າງຍຸດທະສາດ ແລະ ຂັ້ນຕອນລະບົບຂໍ້ມູນຂ່າວສານກ່ຽວກັບວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິສາຫະກິດມີເງິນລົງທຶນຈາກຕ່າງປະເທດໃນບໍລິເວນແຂວງໃຫ້ກາຍເປັນລະບົບຂໍ້ມູນດຽວຂ່າວສານໜຶ່ງເພື່ອໜູນຊ່ວຍກຸ່ມວິສາຫະກິດຂຸດຄົ້ນຂໍ້ມູນຢ່າງມີປະສິດທິຜົນ.