ນັກຮຽນ ຫວຽດນາມ ຍາດໄດ້ຫຼຽນເງິນ ໃນການແຂ່ງຂັນ Olympic ຄອມພິວເຕີ ອາຊີ
(VOVWORLD) - ຕາມຂ່າວຈາກກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມໃຫ້ຮູ້ວ່າ ຄະນະນັກຮຽນ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນ Olympic ຄອມພິວເຕີອາຊີ 2019 ຄວ້າ ໄດ້ 7 ຫຼຽນເງິນ.
ນັກຮຽນ ເຂົ້າຮ່ວມການແຂ່ງຂັນ Olympic ຄອມພິວເຕີອາຊີ 2019 ຕາມຮູບແບບການແຂ່ງຂັນຜ່ານທາງເຄືອຂ່າຍອິນເຕີແນັດ (ພາບ: nhandan.com.vn) |
ການແຂ່ງຂັນ Olympic ຄອມພິວເຕີ ອາຊີ ປີ 2019 ໂດຍປະເທດສາທາລະນະລັດສະຫະພັນ ລັດເຊຍ ເປັນເຈົ້າພາບ, ໄດ້ຈັດຕັ້ງຕາມຮູບແບບການແຂ່ງຂັນຜ່ານທາງເຄືອຂ່າຍອິນເຕີແນັດໂດຍມີການເຂົ້າຮ່ວມຂອງ ນັກຮຽນ 660 ຄົນທີ່ມາຈາກ 31 ປະເທດ ແລະ ເຂດແຄ້ວນ. ທີມຊາດ ຫວຽດນາມ ລວມມີນັກຮຽນ 15 ຄົນເຂົ້າຮ່ວມການແຂ່ງຂັນຢູ່ມະຫາວິທະຍາໄລເຕັກໂນໂລຢີ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃນວັນທີ 19 ພຶດສະພາ 2019. ຕາມການກຳນົດຂອງຄະນະຈັດຕັ້ງການແຂ່ງຂັນ Olympic, ຫວຽດນາມມີ ນັກຮຽນ 7 ຄົນຍາດໄດ້ຄະແນນສູງທີ່ສຸດເຊິ່ງໄດ້ຄັດເລືອກເຂົ້າໃນຮອບພິຈາລະນາລາງວັນ. ສຸດທ້າຍນ້ອງທັງ 7 ຄົນນັ້ນລ້ວນແຕ່ຍາດໄດ້ ຫຼຽນເງິນ.