ນັກຮຽນຫວຽດນາມ ຍາດໄດ້ຄະແນນເຕັມໃນການແຂ່ງຂັນພາກປະຕິບັດຕົວຈິງ ທີ່ການແຂ່ງຂັນ Olympic ເຄມີສາດສາກົນ ປີ 2019

(VOVWORLD) -ທິມຊາດຫວຽດນາມລວມມີນັກຮຽນ 4 ຄົນ ເຂົ້າຮ່ວມການແຂ່ງຂັນ Olympic ເຄມີສາດສາກົນປີ 2019 ແມ່ນລ້ວນແຕ່ຍາດໄດ້ລາງວັນ, ໃນນັ້ນມີຫຼຽນຄໍາ 2 ຫຼຽນ ແລະ ຫຼຽນເງິນ 2 ຫຼຽນ.

ນັກຮຽນຫວຽດນາມ ຍາດໄດ້ຄະແນນເຕັມໃນການແຂ່ງຂັນພາກປະຕິບັດຕົວຈິງ ທີ່ການແຂ່ງຂັນ Olympic ເຄມີສາດສາກົນ ປີ 2019 - ảnh 1ທິມຊາດຫວຽດນາມ ຢືນອັນດັບທີ 5, ຖັດຈາກ ຈີນ, ສ.ເກົາຫຼີ, ລັດເຊຍ ແລະ ອາເມລິກາ (ພາບ: ກະຊວງສຶກສາ ແລະ ບໍາລຸງສ້າງ)

ລະອຽດແມ່ນ, ນັກຮຽນ 2 ຄົນທີ່ຍາດໄດ້ຫຼຽນຄໍາແມ່ນ: ນ້ອງ ເຈິ່ນບ໊າເຕິນ, ນັກຮຽນ ມ7, ໂຮງຮຽນມັດທະຍົມຕອນປາຍ ຮ່າໂນ້ຍ - Amsterdam ແລະ ນ້ອງ ຫງວຽນວັນຈີ໊ງວຽນ, ນັກຮຽນ ມ7 ໂຮງຮຽນມັດທະຍົມຕອນປາຍ ລາມເຊີນແຂວງແທັງຮວ໊າ. ນັກຮຽນ 2 ຄົນທີ່ຍາດໄດ້ຫຼຽນເງິນ ແມ່ນ: ນ້ອງ ຫງວຽນດິ່ງຮວ່າງ, ນັກຮຽນ ມ7, ໂຮງຮຽນມັດທະຍົມຕອນປາຍ ຫງວຽນເຕິດແທັ່ງ, ແຂວງອຽນບ໋າຍ ແລະ ນ້ອງ ຟ້າມແທງເລິມ, ນັກຮຽນ ມ7, ໂຮງຮຽນມັດທະຍົມຕອນປາຍ ເລຮົ່ງຟອງ ແຂວງນາມດິ້ງ.

        ພິເສດ, ນ້ອງ ເຈິ່ນບ໊າເຕິນ ແມ່ນນັກຮຽນໄດ້ຮັບລາງວັນນັກຮຽນດີເລີດ ທີ່ບັນລຸຄະແນນເຕັມ 40/40 ໃນການແຂ່ງຂັນພາກປະຕິບັດຕົວຈິງ. ນີ້ເປັນຄັ້ງທໍາອິດ ເຊິ່ງນັກຮຽນຫວຽດນາມ ບັນລຸຄະແນນເຕັມໃນການແຂ່ງຂັນພາກປະຕິບັດຕົວຈິງ ທີ່ງານແຂ່ງຂັນ Olympic ເຄມີສາດສາກົນ.

        ງານແຂ່ງຂັນ Olympic ເຄມີສາດສາກົນ ຄັ້ງທີ 51 ນີ້ ຖືກຈັດຂຶ້ນຢູ່ປະເທດຝລັ່ງ ດ້ວຍການເຂົ້າຮ່ວມຂອງນັກຮຽນກວ່າ 300 ຄົນ ທີ່ມາຈາກ 80 ປະເທດ ແລະ ເຂດແຄວ້ນ. ດ້ວຍຜົນງານດັ່ງກ່າວ, ທິມຊາດຫວຽດນາມ ຢືນອັນດັບທີ 5, ຖັດຈາກ ຈີນ, ສ.ເກົາຫຼີ, ລັດເຊຍ ແລະ ອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ