ນັກຮຽນຫວຽດນາມຍາດໄດ້ລາງວັນສູງໃນການສອບເສັງ Olimpic ເຄມີສາດສາກົນຄັ້ງທີ45

ນັກຮຽນຫວຽດນາມຍາດໄດ້ລາງວັນສູງໃນການສອບເສັງ Olimpic ເຄມີສາດສາກົນຄັ້ງທີ45 - ảnh 1
ນັກຮຽນຟານກວາງຢູງ ໄດ້ຮັບຫລຽນຄຳໃນການສອບເສັງ


(vovworld)-ຕອນ​ບ່າຍ​ວັນ​ທີ 23/7, ຢູ່​ມະຫາວິທະຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ ມົດ​ສະ​ກູ ທີ່​ມີ​ຊື່ວ່າ: Lomonosov ​ໄດ້​ດຳ​ເນີນ​ພິທີ​ອັດ​ການ​ສອບ​ເສັງ Olimpic ​ເຄມີ​ສາດ​ສາກົນ​ຄັ້ງ​ທີ 45 ​ແລະ ມອບ​ຫລຽນ​ໃຫ້​ແກ່​ບັນດາ​ນັກຮຽນ​ໄດ້ຮັບ​ລາງວັນ. ຄະນະ​ນັກຮຽນ​ຫວຽດນາມ​ເຂົ້າ​ຮ່ວມ​ການ​ສອບ​​ເສັງ ລວມ ມີ 4 ຄົນ ລ້ວນ​ແຕ່​ຍາດ​ໄດ້​ລາງວັນ, ​ໃນນັ້ນ ຫລຽນ​ຄຳ 1 ຫລຽນ, ຫລຽນ​ເງິນ 3 ຫລຽນ. ທ່ານ ​ໂດ​ກູ​ຍ​ເຊີນ, ຫົວຫນ້າ​ຄະນະ​ນັກ​ຮຽນ ຫວຽດນາມ​ເຂົ້າ​ຮ່ວມ ການ​ສອບ​ເສັງ Olimpic ​ເຄມີ​ສາດ​ສາກົນ​ ຄັ້ງ​ທີ 45 ​ໃຫ້​ຮູ້​ວ່າ:

    “ການສ​ອບ​ເສັງ​ປີ​ນີ້​ຍາກ​ຫລາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຄະນະ​ນັກຮຽນ​ຫວຽດນາມ​ຍັງ​ຄົງສືບ​ຕໍ່​ຮັກສາ​​ທີ່​ຕັ້ງ​ຊື່​ງພວມ​ເຮົາ​​ເຄີຍ​ໄດ້ຮັບ​ໃນ 10 ປີ​ມາ​ນີ້ ​ແລະ ນອນ​ໃນ​ຈຳນວນ​ ຄະນະນັກຮຽນນຳຫນ້າ”.

  ການສອບເສັງ Olimpic ​ເຄມີ​ສາດ​ສາກົນ​ຄັ້ງ​ທີ 45 ດຳເນີນໄປແຕ່ວັນທີ 16- 23/7 ໄດ້ດຶງດູດການເຂົ້າຮ່ວມຂອງນັກຮຽນທີ່ມາຈາກ 77 ປະເທດໃນໂລກ.

ຂ່າວ/ບົດ​ອື່ນ