ນັກ​ຮຽນ​ຮູ້ ​ລັດ​ເຊຍ ແລະ ສາ​ກົນ ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ທີ່​ຕັ້ງ​ຂອງ ຫວຽດ​ນາມ ແລະ ອາ​ຊຽນ

(VOVWORLD) - ບັນດານັກຮຽນຮູ້ເຂົ້າຮ່ວມກອງປະຊຸມສຳມະນາ ໄດ້ສຸມໃສ່ໄຈ້ແຍກ, ຕີລາຄາກ່ຽວກັບບັນດາຜົນງານ ແລະ ບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກຜ່ານການສ້າງຕັ້ງ ອາຊຽນ ມາເປັນເວລາ 56 ປີ.
ນັກ​ຮຽນ​ຮູ້ ​ລັດ​ເຊຍ ແລະ ສາ​ກົນ ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ທີ່​ຕັ້ງ​ຂອງ ຫວຽດ​ນາມ ແລະ ອາ​ຊຽນ - ảnh 1

 (ພາບ: TTXVN)

     ໃນວັນທີ 17-18 ພຶດສະພາ, ສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ, ສະຖາບັນ ຈີນ ແລະ ອາຊີ ຍຸກສະໄໝ, ສະພາມະຫາບັນດິດວິທະຍາສາດ ລັດເຊຍ ໄດ້ຈັດກອງປະຊຸມສຳມະນາສາກົນ ດ້ວຍຫົວເລື່ອງ “ອາຊຽນ ໃນວິວັດການເຊື່ອມໂຍງເຂົ້າກັບພາກພື້ນ: ບັນດາສິ່ງທ້າທາຍ ແລະ ແງ່ຫວັງແຫ່ງການພັດທະນາ”. ບັນດານັກຮຽນຮູ້ເຂົ້າຮ່ວມກອງປະຊຸມສຳມະນາ ໄດ້ສຸມໃສ່ໄຈ້ແຍກ, ຕີລາຄາກ່ຽວກັບບັນດາຜົນງານ ແລະ ບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກຜ່ານການສ້າງຕັ້ງ ອາຊຽນ ມາເປັນເວລາ 56 ປີ; ການພົວພັນຂອງ ອາຊຽນ ກັບບັນດາປະເທດມະຫາອຳນາດອັນດັບໜຶ່ງ ແລະ ບັນດາຄູ່ຮ່ວມມື; ບົດບາດຂອງ ລັດເຊຍ ໃນພາກພື້ນ; ແງ່ຫວັງແຫ່ງການພັດທະນາຂອງ ອາຊຽນ ໃນໄລຍະທີ່ຈະມາເຖິງ. ບັນດານັກຮຽນຮູ້ ໄດ້ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ອາຊຽນ ໃນພາກພື້ນ ແລະ ໃນໂລກ, ໃນນັ້ນ, ຫວຽດນາມ ມີບົດບາດສຳຄັນທີ່ສຸດ ໃນການພັດທະນາຂອງ ອາຊຽນ. ນັກຊ່ຽວຊານ Anton Viktorovich Bredikhin ຂອງສະພາມະຫາບັນດິດ ວິທະຍາສາດ ລັດເຊຍ ຢືນຢັນວ່າ ຫວຽດນາມ ແມ່ນ ຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງ ລັດເຊຍ ຢູ່ ອາຊຽນ,  ສ່ວນນັກຊ່ຽວຊານ Alexander Korolev, ປອ ໂຮງຮຽນເສດຖະກິດຂັ້ນສູງຂອງ ລັດເຊຍ ໄດ້ຕີລາຄາວ່າ ການພົວພັນ ລັດເຊຍ-ອາຊຽນ ໄດ້ພັດທະນາ, ສ່ວນໜຶ່ງແມ່ນຍ້ອນບົດບາດສຳຄັນຂອງ ຫວຽດນາມ ດ້ວຍບົດບາດແມ່ນຂົວຕໍ່ຂອງ ລັດເຊຍ ໃນການຊຸກຍູ້ການພົວພັນກັບບັນດາປະເທດ ອາຊຽນ.         

ຕອບກັບ

ຂ່າວ/ບົດ​ອື່ນ