ນັກຮຽນຮູ້ຊາວອີຕາລີ ສະເໜີຕໍ່ຜູ້ອ່ານ ກ່ຽວກັບປຶ້ມອ່ານຢັ້ງຢືນອະທິປະໄຕເຂດໝູ່ເກາະທະເລຂອງຫວຽດນາມ

(VOVWORLD) -ທ່ານນາງ ຊານດຣາ ສກາລີອົດຕີ ຜູ້ອຳນວຍການສູນຄົ້ນຄ້ວາກ່ຽວກັບຫວຽດນາມຢູ່ ຕູຣິນ ປະເທດ ອີຕາລີ ໄດ້ຈັດພິທີສະເໜີຕໍ່ຜູ້ອ່ານປຶ້ມອ່ານກ່ຽວກັບທະເລຕາເວັນອອກ ດ້ວຍພາສາອີຕາລີ
ນັກຮຽນຮູ້ຊາວອີຕາລີ ສະເໜີຕໍ່ຜູ້ອ່ານ ກ່ຽວກັບປຶ້ມອ່ານຢັ້ງຢືນອະທິປະໄຕເຂດໝູ່ເກາະທະເລຂອງຫວຽດນາມ - ảnh 1ພິທີສະເໜີຕໍ່ຜູ້ອ່ານປຶ້ມອ່ານກ່ຽວກັບທະເລຕາເວັນອອກ

ວັນທີ 19 ກັນຍາ, ທ່ານນາງ ຊານດຣາ ສກາລີອົດຕີ ຜູ້ອຳນວຍການສູນຄົ້ນຄ້ວາກ່ຽວກັບຫວຽດນາມຢູ່ ຕູຣິນ ປະເທດ ອີຕາລີ ໄດ້ຈັດພິທີສະເໜີຕໍ່ຜູ້ອ່ານປຶ້ມອ່ານກ່ຽວກັບທະເລຕາເວັນອອກ ດ້ວຍພາສາອີຕາລີ ໂດຍທ່ານນາງ ຮຽບຮຽງ ຊຶ່ງມີຊື່ວ່າ “ ບັນດາຫາດຊາຍຄຳ, ຫວຽດນາມ ແລະ ບັນດາໝູ່ເກາະຢູ່ທະເລຕາເວັນອອກ”. ປຶ້ມອ່ານດັ່ງກ່າວໄດ້ສະສົມຫຼາຍບົດຂຽນຂອງບັນດານັກຮຽນຮູ້ທີ່ມີອິດທິພົນຊື່ສຽງຢູ່ຫວຽດນາມ ກໍຄືຢູ່ຕ່າງປະເທດ ດ້ວຍການໄຈ້ແຍກເລິກເຊິ່ງ, ມີຫຼາຍຂໍ້ມູນທີ່ມີປະໂຫຍດ ແລະ ມີມູນຄວາມຈິງ ພ້ອມກັບບັນດາພະຍານຫຼັກຖານທີ່ມີລັກສະນະເກ້ຍກອມ. ຍົກຕົວຢ່າງຄື ຮູບຖ່າຍແມ່ພິມລາດຊະວົງຫງວຽນ, ບັນດາຮູບພາບ ແລະ ແຜນທີ່ໄດ້ຢັ້ງຢືນ ຮ່ວາງຊາ ແລະ ເຈື່ອງຊາແມ່ນຂອງຫວຽດນາມຢ່າງແທ້ຈິງ. 

ຕອບກັບ

ຂ່າວ/ບົດ​ອື່ນ