ນັກຮຽນຮູ້ຕ່າງປະເທດຕຳນິຕິຕຽນຈີນ ໃນບັນຫາທະເລຕາເວັນອອກ

ນັກຮຽນຮູ້ຕ່າງປະເທດຕຳນິຕິຕຽນຈີນ ໃນບັນຫາທະເລຕາເວັນອອກ - ảnh 1

(ພາບ:biendong.net)

( vovworld ) –  ກ່ຽວ​ກັບ​ບັນດາ​ຄວາມ​ເຄັ່ງ​ຕຶງ​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ຜ່ານ​ມາ, ນັກຮຽນ​ຮູ້​ຫຼາຍ​ທ່ານ​ໃນ​ໂລກ​ໄດ້​ຍົກ​ອອກ​ບັນດາ​ການ​ວິຈານ, ​ໃນ​ນັ້ນ​ໄດ້​ຕຳ​ນິຕິ​ຕຽນ​ຈີນ ມີ​ບັນດາ​ການ​ກະທຳ​ຜິດດ​ພາດ ​ເພີ່ມ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ. ສາດສະດາຈານ Kishore Mahbubani ອະທິການ​ບໍດີ​ໂຮງຮຽນ​ນະ​ໂຍບາຍ​ລັດ​ຫລີກວາງ​ຢາວສິງກະ​ໂປ ​ໄດ້​ຕິ​ນິຕິ​ຕຽນ​ຈີນ “​ເລີ່​ມມີ​ບັນດາ​ການ​ພິດ​ພາດ​ອັນ​ຮ້າຍ​ແຮງ“ ຊື່​ງສະ​ແດງ​ອອກ​ໃນ​ກອງ​ປະຊຸມ​ອາ​ຊຽນຢູ່ກຳປູ​ເຈຍ. ຕາມ​ທ່ານ​ແລ້ວ, ການ​ປະຕິບັດ​ຂອງ​ປັກ​ກິ່ງ ​ໄດ້​ເຮັດ​ໃຫ້​ປະ​ເທດ​ນີ້​ເສຍ​ເວລາ 20 ປີ​ແຫ່ງ​ການ​ສ້າງ​ເຈດ​ຕະນາ​ດີ​ກັບ​ອາ​ຊຽນ. ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ກໍ່​ເຮັດ​ໃຫ້ວົງ​ການ​ນັກ​ໄຈ້​ແຍກ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ໄພ​ເກີດ​ບັນດາ​ການ​ກະທົບ​ທີ່​ມີ​ລັກສະນະ​ທົ່ວ​ໂລກ. ສ່ວນ​ທ່ານ​ດຣ Michael Wesley ຜູ້ອຳນວຍການ​ສະ​ຖາ​ບັນນະ​ໂຍບາຍ​ສາກົນ Lowy ຢູ່ Sydney ປະ​ເທດ​ອົດ​ສະ​ຕາ​ລີ ຖື​ວ່າ: ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພວມ​ປີນ​ຂັ້ນ​ໄດ ພວມ​ເຮັດ​ໃຫ້​ຫຼາຍ​ຄົນ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ໄພ​ເກີດ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ ​ແລະ ທ່ານ​ຖືວ່າ, ຕ້ອງ​ມີ​ຄວາມ​ມານະ​ພະ​ຍາຍາມ​ກ່ວາ​ອີກ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ໄກ່​ເກ່ຍປອງ​ດອງ​ໃຫ້​ແກ່​ວິ​ກິດ​ການ​ນີ້.

 

ຂ່າວ/ບົດ​ອື່ນ