ນັກຮຽນຮູ້ອັກຊັງຕີງຊົມເຊີຍຄຳຕັດສິນຂອງPCAກ່ຽວກັບກໍລະນີຟ້ອງຮ້ອງຈີນຂອງຟີລິບປິນ

ນັກຮຽນຮູ້ອັກຊັງຕີງຊົມເຊີຍຄຳຕັດສິນຂອງPCAກ່ຽວກັບກໍລະນີຟ້ອງຮ້ອງຈີນຂອງຟີລິບປິນ - ảnh 1
ບັນດານັກເຄື່ອນໄຫວ ຟີລິບປີນ ຊົມເຊີຍຄຳຕັດສິນຂອງສານ PCA
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) –  ສາດສະດາຈານ Ezequiel Ramoneda, ຜູ​້ປະສານ​ງານ​ສູນ​ຄົ້ນ​ຄ້ວາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂຶ້ນ​ກັບ​ມະຫາວິທະຍາ​ໄລ La Plata, ປະ​ເທດ ອັກ​ຊັງ​ຕີງ ມີ​ບົດ​ວິຈານ​ໃນ​ໜັງສື​ພິມ Resumen Latinoamericano ຊົມ​ເຊີຍ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ ຢູ່ ລາ​ໄຮ (ປະ​ເທດ ​ໂຮ​ນລັງ) ກ່ຽວ​ກັບ​ກໍລະ​ນີຟ້ອງ​ຮ້ອງ ຈີນ ຂອງ ຟີ​ລິ​ບປິນ ກ່ຽວຂ້ອງ​ເຖິງ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ Ramoneda ຊົມ​ເຊີຍ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາ​ການ​ເມື່ອ​ຖື​ວ່າ ​ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ປະຖົມ​ປັດ​ໄຈດ້ານ​ນິຕິ​ກຳ​ສຳຄັນ​ໃຫ້​ບັນດາ​ການ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກຂອງ​ຫຼາຍ​ປະ​ເທດ​ອື່ນໆ​ຄື: ຫວຽດນາມ, ມ​າ​ເລ​ເຊຍ, ບຣູ​ໄນ ​ແລະ ອິນ​ໂດ​ເນ​ເຊຍ, ນອກຈາກ ຈີນ ​ແລະ ຟີ​ລິບ​ປິນ. ທ່ານ Ramoneda ​ເນັ້ນໜັກ​ເຖິງ​ຄວາມ​ໝາຍ​ເສດຖະກິດ ​ແລະ ຍຸດ​ທະ​ສາດ​ຂອງ​ທະ​ເລ​ຕາ​ເວັນ​ອອກ, ​ເຊິ່ງ​ແມ່ນ​ເສັ້ນທາງ​ພົວພັນ​ແລກປ່ຽນ​ສຳຄັນ, ມີ​​ຊັບພະ​ຍາກ​ອນຢ່າງ​ຫຼວງ​ຫຼາຍ…, ພ້ອມ​ທັງ​ໄຈ້​ແຍກ​ເລິກ ​ແລະ ​ເຊື່ອມ​ຕໍ່​ບັນດາ​ເຫດການ​ກ່ຽວຂ້ອງ​ເຖິງ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ານ​ອະທິປະ​ໄຕຢູ່​ພາກ​ພື້ນ. ສາດສະດາຈານ Ramoneda ກໍ່​ຄັດຄ້ານ​ການ​ອ້າງ​ເອົາ​ກຳມະສິດ​ທີ່ໄຮ້​ເຫດຜົນ​ກ່ຽວ​ກັບ “​ເສັ້ນ 9 ຕອນ” ຂອງ ຈີນ ຢູ່​ທະ​ເລ​ຕ​າ​ເວັນ​ອອກ, ​ເມີນ​ເສີຍ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ບັນດາ​ຝ່າຍ​ກ່ຽວຂ້ອງ, ຖື​ນີ້​ແມ່ນ​ການ​ກະທຳກະ​ຫາຍ​ສົງຄາມ, ​ແທນ​ທີ​ແກ້​ໄຂ​ບັນດາ​ການ​ຄັດ​ແຍ້​ງກັນ​​ໂດຍ​ສັນຕິ​ວິທີ, ກໍ່​ຄື​ເລື່ອງ​ປະ​ເທດ​ນີ້​ຂັດ​ຂວາງ​ການ​ຫາ​ປາ​ຂອງ​ຊາວ​ປະມົງ​ປະ​ເທດ​ອື່ນ​ຢູ່​ພາກ​ພື້ນ, ນາບ​ຂູ່​ຄວາມ​ເສລີ, ຄວາມ​ປອດ​ໄພ​ການ​ເດືອ​ເຮືອ ​ແລະ ສະພາບ​ແວດ​ລ້ອມ​ຊີວະ​ພາບ.


ຂ່າວ/ບົດ​ອື່ນ