ນັບ​ແຕ່​ຕົ້ນ​ປີ, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ກວ່າ 12,7 ລ້ານ​ເທື່ອ​ຄົນ

(VOVWORLD) - ຈຳນວນແຂກທ່ອງທ່ຽວສາກົນທັງໝົດທີ່ມາທ່ຽວ ຫວຽດນາມ ໃນ 9 ເດືອນຜ່ານມາບັນລຸກວ່າ 12,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ນັບ​ແຕ່​ຕົ້ນ​ປີ, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ກວ່າ 12,7 ລ້ານ​ເທື່ອ​ຄົນ - ảnh 1ແຂກທ່ອງທ່ຽວຢ້ຽມຢາມ ວັນໝຽວກວັກຕື໋ຢາມ (ພາບ: dangcongsan.vn)

ຕາມຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ປະກາດໃນວັນທີ 06 ຕຸລາ, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 1,3 ລ້ານເທື່ອຄົນ ໃນເດືອນກັນຍາ. ຈຳນວນແຂກທ່ອງທ່ຽວສາກົນທັງໝົດທີ່ມາທ່ຽວ ຫວຽດນາມ ໃນ 9 ເດືອນຜ່ານມາບັນລຸກວ່າ 12,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລາຍຮັບຈາກການທ່ອງທ່ຽວໃນ 9 ເດືອນຂອງປີ 2024 ນີ້ ຄາດວ່າບັນລຸ 45.600 ຕື້ດົ່ງ (1,84 ຕື້ USD), ເພີ່ມຂຶ້ນ 16,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ກ່ຽວກັບຂອບຂະໜາດການຕະຫຼາດ,  ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດທີ່ມີຈຳນວນແຂກທ່ອງທ່ຽວມາ ຫວຽດນາມ ຫຼາຍສຸດໃນ 9 ເດືອນຜ່ານມາ  ກວມເອົາ 26,5%. ຖັດມາແມ່ນ ຈີນ ກວມເອົາ 21,3%.  ນອນໃນກຸ່ມ 10 ຕະຫຼາດໃຫຍ່ສຸດຂອງການທ່ອງທ່ຽວ ຫວຽດນາມ ຍັງມີ ອົດສະຕາລີ, ອິນເດຍ, ກຳປູເຈຍ ແລະ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ