ນັບ​ແຕ່ວັນ​ທີ 17 ມິຖຸນາ, ພົນ​ລະ​ເມືອງຫວຽດນາມ ​ເຂົ້າ​ເມືອງ ສິງກະ​ໂປ ຕ້ອງ​ປະຕິບັດ​ການ​ແຍກ​ຕົວ​ຢູ່​ເຮືອນ

(VOVWORLD) - ຕາມຂໍ້ກໍານົດສະບັບໃໝ່ແລ້ວ, ສະເພາະການເຂົ້າເມືອງ, ຜູ້ໂດຍສານຈະຕ້ອງໄດ້ຈ່າຍຄ່າວິໄຈຫາເຊື້ອໄວຣັດ SARS – CoV – 2 ກ່ອນທີ່ສິ້ນສຸດໄລຍະປະຕິບັດການແຍກຕົວ 14 ວັນ ຢູ່ເຮືອນ ຫຼືບັນດາຮາກຖານແຍກຕົວທີ່ໄດ້ກໍານົດ.
ນັບ​ແຕ່ວັນ​ທີ 17 ມິຖຸນາ, ພົນ​ລະ​ເມືອງຫວຽດນາມ ​ເຂົ້າ​ເມືອງ ສິງກະ​ໂປ ຕ້ອງ​ປະຕິບັດ​ການ​ແຍກ​ຕົວ​ຢູ່​ເຮືອນ - ảnh 1ນັບແຕ່ວັນທີ 17 ມິຖຸນາ, ພົນລະເມືອງຫວຽດນາມ ເຂົ້າເມືອງ ສິງກະໂປ ຕ້ອງປະຕິບັດການແຍກຕົວຢູ່ເຮືອນ(ພາບ: Reuters)

ນັບແຕ່ວັນທີ 17 ມິຖຸນາ ເປັນຕົ້ນໄປ, ສິງກະໂປ ໄດ້ມີການດັດປັບຈໍານວນໜຶ່ງໃນນະໂຍບາຍຄວບຄຸມໂລກລະບາດສໍາລັບຊາວຕ່າງປະເທດທີ່ເຂ້ົາເມືອງ ສິງກະໂປ, ໃນນັ້ນ ມີແຂກທ່ອງທ່ຽວຫວຽດນາມ. ນີ້ແມ່ນສ່ວນໜຶ່ງໃນແຜນການເປີດປະຕູພື້ນຖານເສດຖະກິດຂອງ ສິງກະໂປ ຄືນໃໝ່ ຕາມແຕ່ລະໄລຍະ.

        ຕາມຂໍ້ກໍານົດສະບັບໃໝ່ແລ້ວ, ສະເພາະການເຂົ້າເມືອງ, ຜູ້ໂດຍສານຈະຕ້ອງໄດ້ຈ່າຍຄ່າວິໄຈຫາເຊື້ອໄວຣັດ SARS – CoV – 2 ກ່ອນທີ່ສິ້ນສຸດໄລຍະປະຕິບັດການແຍກຕົວ 14 ວັນ ຢູ່ເຮືອນ ຫຼືບັນດາຮາກຖານແຍກຕົວທີ່ໄດ້ກໍານົດ. ເຖິງຢ່າງໃດກໍຕາມ, ສິງກະໂປ ກໍໄດ້ອະນຸຍາດໃຫ້ພົນລະເມືອງຂອງ 10 ປະເທດ ແລະ ເຂດແຄວ້ນໃນນັ້ນ ມີຫວຽດນາມ ຕ້ອງປະຕິບັດການແຍກຕົວຢູ່ເຮືອນ.


ຕອບກັບ

ຂ່າວ/ບົດ​ອື່ນ