ນັບ​ແຕ່​ເວ​ລາ 00 ໂມງ ຂອງ ວັນ​ທີ 26 ມີ​ນາ ຈະ​ຢຸດ​ຕິ​ການ​ຂົນ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ​ຈາກ​ຕ່າງ​ປະ​ເທດ​ກັບ​ມາ​ສະ​ໜາມ​ບິນ​ໂນ້ຍ​ບ່າຍ​ເປັນ​ການ​ຊົ່ວ​ຄາວ

(VOVWORLD) -ຢຸດຕິການຂົນສົ່ງພົນລະເມືອງຫວຽດນາມໃນບັນດາຖ້ຽວບິນສາກົນ ມາລົງຈອດຢູ່ທ່າອາກາດສະຍານສາກົນໂນ້ຍບ່າຍ ເປັນການຊົ່ວຄາວ ເລີ່ມແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 26 ມີນາ ໄປຈົນຮອດວັນທີ 31 ມີນາ 2020.
ນັບ​ແຕ່​ເວ​ລາ 00 ໂມງ ຂອງ ວັນ​ທີ 26 ມີ​ນາ ຈະ​ຢຸດ​ຕິ​ການ​ຂົນ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ​ຈາກ​ຕ່າງ​ປະ​ເທດ​ກັບ​ມາ​ສະ​ໜາມ​ບິນ​ໂນ້ຍ​ບ່າຍ​ເປັນ​ການ​ຊົ່ວ​ຄາວ - ảnh 1ຢຸດຕິການຂົນສົ່ງພົນລະເມືອງຫວຽດນາມໃນບັນດາຖ້ຽວບິນສາກົນ ມາລົງຈອດຢູ່ທ່າອາກາດສະຍານສາກົນໂນ້ຍບ່າຍ ເປັນການຊົ່ວຄາວ (ພາບ: TTXVN)

ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ໄດ້ສົ່ງໜັງສືທາງລັດຖະການ ໄປຍັງກົມການບິນຫວຽດນາມ ວ່າດ້ວຍການຢຸດຕິການຂົນສົ່ງພົນລະເມືອງຫວຽດນາມໃນບັນດາຖ້ຽວບິນສາກົນ ມາລົງຈອດຢູ່ທ່າອາກາດສະຍານສາກົນໂນ້ຍບ່າຍ ເປັນການຊົ່ວຄາວ. ໂດຍໄດ້ເລີ່ມປະຕິບັດແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 26 ມີນາ ໄປຈົນຮອດວັນທີ 31 ມີນາ 2020.

ກ່ອນໜ້ານັ້ນ, ກະຊວງຄົມມະນາຄົມຂົນສົ່ງ ກໍໄດ້ຮຽກຮ້ອງໃຫ້ຂະແໜງການບິນ ຢຸດຕິການຂົນສົ່ງຜູ້ໂດຍສານທີ່ເປັນພົນລະເມືອງຫວຽດນາມໃນບັນດາຖ້ຽວບິນສາກົນທີ່ມາລົງຈອດຢູ່ສະໜາມບິນ ເຕິນເຊີນເຍິ໊ດ ເປັນການຊົ່ວຄາວ ນັບແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 25 ມີນາ ໄປຈົນຮອດວັນທີ 31 ມີນາ 2020 ຍ້ອນສາເຫດດຽວກັນນັ້ນແມ່ນ ບັນດາເຂດແຍກຕົວຢູ່ນະຄອນໂຮ່ຈີມິນ ແມ່ນບໍ່ສາມາດຮັບຜູ້ໂດຍສານຕື່ມອີກໄດ້ແລ້ວ.


ຕອບກັບ

ຂ່າວ/ບົດ​ອື່ນ