ນິວຊີແລນຊົມເຊີຍການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
ນິວຊີແລນ ຊົມເຊີຍການຢ້ຽມຢາມຂອງ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 16/3, ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key ໄດ້ປະກາດການຢ່າງເປັນທາງການກ່ຽວກັບການມາຢ້ຽມຢາມປະເທດນີ້ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໃນລະຫວ່າງວັນທີ 19-20/3. ຕາມແຈ້ງການໜັງສືພິມຂອງກະຊວງການຕ່າງປະເທດນິວຊີແລນ ຊີ້ແຈ້ງວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ຄະນະຜູ້ແທນເຊິ່ງລວມມີລັດຖະມົນຕີຂັ້ນສູງ ແລະ ການນຳວິສາຫະກິດ ຫວຽດນາມ ກວ່າ 100 ທ່ານ ຈະໄປເຖິງ Auckland ໃນວັນທີ 19/3, ເພື່ອເຂົ້າຮ່ວມບັນດາເຫດການທີ່ສຳຄັນຄື: ເຈລະຈາກັບທ່ານນາຍົກລັດຖະມົນຕີ John Key ແລະ ບັນດາລັດຖະມົນຕີວ່າການຂັ້ນສູງ ກໍ່ຄືບັນດາກອງປະຊຸມກັບບັນດາການນຳວິສາຫະກິດ ນິວຊີແລນ. ທ່ານນາຍົກລັດຖະມົນຕີ John key ເນັ້ນໜັກວ່າ: ການມາຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແມ່ນໂອກາດສຳຄັນເປັນຂີດໝາຍ 40 ປີແຫ່ງການສ້າງຕັ້ງການພົວພັນການທູດລະຫວ່າງ ນິວຊີແລນ ແລະ ຫວຽດນາມ ເຊິ່ງ 2 ປະເທດຈະຈັດຕັ້ງໃນປີ 2015. ທ່ານນາຍົກລັດຖະມົນຕີ John Key ຢືນຢັນວ່າ: ການພົວພັນລະຫວ່າງ 2 ປະເທດພວມໄດ້ຮັບການພັດທະນານັບມືນັບສຳຄັນ ແລະ ການຢ້ຽມຢາມນີ້ໄດ້ພິສູດໃຫ້ເຫັນສິ່ງດັ່ງກ່າວ. ທ່ານນາຍົກລັດຖະມົນຕີ John Key ໃຫ້ຮູ້ວ່າ: ຫວຽດນາມ ແມ່ນຕະຫລາດສົ່ງອອກທີ່ມີລະດັບເຕີບໂຕໄວກວ່າໝູ່ຂອງ ນິວຊີແລນ ຢູ່ໃນເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ມູນຄ່າສົ່ງອອກສືບຕໍ່ເພີ່ມຂຶ້ນຢ່າງແຮງ. ໃນການຢ້ຽມຢາມຄັ້ງນີ້, ຫວຽດນາມ ແລະ ນິວຊີແລນ ຈະປຶກສາຫາລືມາດຕະການຍູ້ແຮງການຮ່ວມມືໃນບັນດາຂົງເຂດກໍ່ຄື: ການສຶກສາ, ກະສິກຳ ແລະ ຮ່ວມມືປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.